ການນຳນະຄອນ ໂຮ່ຈີມິນ ຕີລາຄາສູງການຮ່ວມມືຫຼາຍດ້ານ ຫວຽດນາມ - ອາເມລິກາ

(VOVWORLD) - ເລື່ອງສ້າງຕັ້ງມະຫາວິທະຍາໄລ Fulbright ຈະຮັບໃຊ້ໃຫ້ແກ່ບັນດາໂຄງການເລີ່ມ starup ທີ່ມີຫົວຄິດປະດິດສ້າງ, ສ້າງຕົວເມືອງສະຫຼາດໄດ້ເປັນຢ່າງດີ.

ວັນທີ 17 ມັງກອນ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ມີການຕ້ອນຮັບທ່ານ Daniel J.Kritenbrink, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຄົນໃໝ່.

        ເມື່ອແລກປ່ຽນກັບທ່ານເອກອັກຄະລັດຖະທູດ, ທ່ານ ຫງວຽນທ້ຽນເຍີນ ສະແດງຄວາມປາດຖະໜາວ່າ 2 ປະເທດຊຸກຍູ້ໂຄງການຮ່ວມມືກ່ຽວກັບ starup ຢ່າງມີຫົວຄິດປະດິດສ້າງ. ທ່ານ ຫງວຽນທ້ຽນເຍີນ ຢັ້ງຢືນວ່າ: ເລື່ອງສ້າງຕັ້ງມະຫາວິທະຍາໄລ Fulbright ຈະຮັບໃຊ້ໃຫ້ແກ່ບັນດາໂຄງການເລີ່ມ starup ທີ່ມີຫົວຄິດປະດິດສ້າງ, ສ້າງຕົວເມືອງສະຫຼາດໄດ້ເປັນຢ່າງດີ.

        ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຕີລາຄາສູງການຮ່ວມມືກ່ຽວກັບການປ້ອງກັນຄວາມສະຫງົບລະຫວ່າງ ຫວຽດນາມ ແລະ ອາເມລິກາ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນທະເລ ຢູ່ໃນພາກພື້ນ; ພ້ອມທັງເຊື່ອໝັ້ນວ່າໃນອາຍຸການຂອງຕົນ, ທ່ານເອກອັກຄະລັດຖະທູດ ອາເມລິກາ Kritenbrink ຈະຊຸກຍູ້ການພົວພັນ 2 ປະເທດໃນໄລຍະໃໝ່.

        ສ່ວນ ທ່ານເອກອັກຄະລັດຖະທູດ ອາເມລິກາ Daniel J.Kritenbrink  ຢັ້ງຢືນວ່າພ້ອມແລ້ວທີ່ຈະເຊື່ອມຕໍ່ໃນຂົງເຂດການສຶກສາລະຫວ່າງ ອາເມລິກາ ແລະ ນະຄອນ ໂຮ່ຈີມິນ; ນຳບັນດາບໍລິສັດ ອາເມລິກາ ມາລົງທຶນຢູ່ນະຄອນ ໂຮ່ຈີມິນ ເພື່ອຊ່ວຍໃຫ້ນະຄອນປະຕິບັດສຳເລັດຄາດໝາຍພັດທະນາຕົວເມືອງສະຫຼາດ ຫຼື starup ຢ່າງມີຫົວຄິດປະດິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ