ການນຳນະຄອນໂຮ່ຈິມິນພົບປະກັບເຍົາວະຊົນເນື່ອງໃນໂອກາດຕົ້ນປີໃໝ່
ການນຳນະຄອນໂຮ່ຈິມິນພົບປະກັບເຍົາວະຊົນເນື່ອງໃນໂອກາດຕົ້ນປີໃໝ່
(ພາບ: thanhnien.com.vn)
|
(vovworld)- ວັນທີ 8/2, ຄະນະພັກ, ສະພາປະຊາຊົນ, ຄະນະກຳມະການ ປະຊາຊົນ, ຄະນະກຳມະການ ແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈິມິນໄດ້ຈັດການພົບປະສ້າງສັນ, ແລກປ່ຽນກັບ ສະມາຊິກກອງເຍົາວະຊົນ, ນັກຮຽນ ຂັ້ນປະຖົມ, ຂັ້ນມັດທະຍົມຕອນຕົ້ນທີ່ດີເດັ່ນຊຶ່ງມາຈາກ 24 ເມືອງໃນບໍລິເວນ ນະຄອນ. ກ່າວຄຳເຫັນນະທີ່ນີ້, ທ່ານເລແທງຫາຍ, ກຳມະການກົມການເມືອງ, ລາຂາຄະນະພັກນະຄອນໂຮ່ຈິມິນຢືນຢັນວ່າ ການເບິ່ງແຍ່ງ ແລະ ສຶກສາອົບຮົມເດັກ ແມ່ນບັນຫາຍຸດທະສາດ, ຍາວນານ, ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄວາມຮູ້ຄວາມສາມາດເພື່ອກໍ່ສ້າງປະເທດພັດທະນາ. ທ່ານເລແທງຫາຍ ເຊື່ອໝັ້ນວ່າ ເຍົາວະຊົນນະຄອນຈະສືບຕໍ່ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ສູ້ຊົນເຮັດຕາມແບບຢ່າງປະທານໂຮ່ຈິມິນເພື່ອ ກໍ່ສ້າງປະເທດພັດທະນາ, ຮັ່ງມີ ແລະ ຈະເລີນຮຸ່ງເຮືອງ.