ການນຳນະຄອນໂຮ່ຈິມິນຢ້ຽມຢາມ,ອວຍພອນສະມາຄົມພຸດທະສາສະໜາຫວຽດນາມ

ການນຳນະຄອນໂຮ່ຈິມິນຢ້ຽມຢາມ,ອວຍພອນສະມາຄົມພຸດທະສາສະໜາຫວຽດນາມ - ảnh 1
ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈິ​ມິນ ດິງ​ລາ​ທັງ
ອວຍ​ພອນສະ​ພາ​ບໍ​ລິ​ຫານ​ງານ​ສະມາຄົມພຸດທະສາສະໜາຫວຽດ​ນາມ
(ພາ​ບ: congan)

(vovworld) – ຕອນ​ບ່າຍ​ວັນ​ທີ 18/05, ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈິ​ມິນ ດິງ​ລາ​ທັງ ໄດ້​ລົງ​ຢ້ຽມ​ຢາມ, ອວຍ​ພອນສະ​ພາ​ບໍ​ລິ​ຫານ​ງານ​ສະມາຄົມພຸດທະສາສະໜາຫວຽດ​ນາມ ຢູ່​ຫ້ອງ​ການ II ສະ​ພາ​ບໍ​ລິ​ຫານ​ງານສະມາຄົມພຸດທະສາສະໜາຫວຽດ​ນາມ (ເມືອງ 3, ນະ​ຄອນ​ໂຮ່​ຈິ​ມິນ); ວັດ ເຫວ​ງຽມ (ເມືອງ 2) ​ໃນ​ໂອ​ກາດວັນ​ບູນ​ວິ​ສາ​ຂະ​ບຸ​ຊາ​ພ.ສ 2560 (2016). ຢູ່​ບັນ​ດ​າ​ສະ​ຖານ​ທີ່​ເຫຼົ່າ​ນັ້ນ, ທ່ານເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈິ​ມິນ ດິງ​ລາ​ທັງ ໄດ້​ສົ່ງ​ຄຳ​ອວຍ​ພອນ​ອັນ​ດີ​ງາມ​ທີ່​ສຸດ​ເຖິງ​ບັນ​ດາຍົດ​ຖາ​ບັນ​ດາ​ສັກ, ພະ​ສົງ​ສຳ​ມະ​ເນນ​ພ​ຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ຂອງສະມາຄົມພຸດທະສາສະໜາຫວຽດ​ນາມ ຢູ່​ພ​າຍ​ໃນ ແລະ ຕ່າງ​ປະ​ເທດ, ເນື່ອງໂອ​ກາດ​ວັນ​ບູນ​ວິ​ສາ​ຂະ​ບຸ​ຊາ 2016. ທ່ານ ດິງ​ລາ​ທັງ ຢືນ​ຢັນ​ວ່າ, ໃນຕະ​ຫຼອດໄລ​ຍະ​ປະ​ຫວັດ​ສາດ​ຂອງ​ປະ​ເທດ, ຍາ​ມ​ໃດພຸດ​ທະ​ສາ​ສະ​ໜາ ​ກໍ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ເທດ​ຊາດ, ​ປະ​ກອ​ບ​ສ່ວນ​​ສ້າງ​ເປັນມູນ​ເຊື້ອ​ຮັກ​ຊາດ, ຮັກ​ແພງ​ມະ​ນຸດ​ຂອງ​ຊາດ​ຫວຽດ​ນາມ. ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາຍົດ​ຖາ​ບັນ​ດາ​ສັກ, ພະ​ສົງ​ສຳ​ມະ​ເນນ​​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນໄດ້​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂ​ົ້າ​ ​ການ​ເຄື່ອນ​ໄຫ​ວ​ສັງ​ຄົມ, ວຽກງານ​ກ​ຸ​ສົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ