ການນຳນະຄອນໂຮ່ຈີມິນໃຫ້ການຕ້ອນຮັບປະທານສະພາເອີລົບ

ການນຳນະຄອນໂຮ່ຈີມິນໃຫ້ການຕ້ອນຮັບປະທານສະພາເອີລົບ - ảnh 1
ທ່ານ​ Le Hoang Quan ​ຕ້ອນຮັບ​ທ່ານ Herman Van Rompuy
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 1/11, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ Le Hoang Quan ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Herman Van Rompuy, ປະທານ​ສະພາ​ເອີ​ລົບ ທີ່​ພວມ​ຢ້ຽມຢາມ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ​ຕຳ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang. ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນໂຮ່ຈີ​ມິນ Le Hoang Quan ຖື​ວ່າ, ການ​ຢ້ຽມຢາມ​ຫວຽດນາມ​ ​ຂອງ​ທ່ານປະທານ​ສະພາ​ເອີ​ລົບ ຈະ​ເປີດ​ໄລຍະ​ໃໝ່​ໃນ​ການ​ພົວພັນ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ສະຫະພາບ​ເອີ​ລົບ (EU). ທ່ານ Le Hoang Quan ຍັງ​ສະ​ແດງ​ຄວາມ​ປາຖະໜາ​ວ່າ ທ່ານ Herman Van Rompuy ກໍ່​ຄື EU ສືບ​ຕໍ່​ໃຫ້ການ​ສະໜັບສະໜູນ​ຫວຽດນາມ​ເວົ້າ​ລວມ ​ແລະ ນະຄອນໂຮ່ຈີ​ມິນ​ເວົ້າ​ສະ​ເພາະ ​ໃນ​ການ​ໜູນ​ຊ່ວຍ​​ແຫຼ່ງທຶນ ODA ​ແລະ ຊ່ວຍ​ເຫຼືອ​ລ້າ​ໃຫ້​ໂຄງການ​ບໍລິການ​ປະຊາ​ຄົມ​ຈຳນວນ​ໜຶ່ງ​ຄື ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ສຶກສາ, ພິ​ເສດ​ແມ່ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ສ່ວນ​ທ່ານ Herman Van Rompuy ກໍ່​ຢັ້ງຢືນ​ວ່າ ຍາມ​ໃດ EU ກໍ່​ປາຖະໜາ​ຢາກ​ປະກອບສ່ວນ​ຫຼາຍ​ກວ່າ​ອີກ​​ໃຫ້​ແກ່​ການ​ພັດທະນາ​ຂອງ​ຫວຽດນາມ​ ໃນ​ໄລຍະ​ຈະ​ມາ​ເຖິງ. ຫວ່າງ​ແລ້ວ​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ ​ແລະ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຮອບ​ທີ 1 ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ​ແລ້ວ, ນອກ​ນັ້ນ​ທະນາຄານ​ລົງທຶນ​ເອີ​ລົບ ກໍ່​ໄດ້​​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​​ແກ່ຫວຽດນາມ ທີ່​ມີ​ມູນ​ຄ່າ 640 ລ້ານ​ເອີ​ໂຮ.

 

ຂ່າວ/ບົດ​ອື່ນ