ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຢື້ນຢາມຖາມຂ່າວ, ມອບຂອງຂວັນບຸນເຕັດປີຊວດ

(VOVWORLD) - ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈີມິນ ລົງຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍດີເດັ່ນ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ ແລະ ຄອບຄົວທຸກຍາກຢູ່ແຂວງ ດັ໊ກລັ໊ກ.

ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຢື້ນຢາມຖາມຂ່າວ, ມອບຂອງຂວັນບຸນເຕັດປີຊວດ - ảnh 1(ທ່ານ ຫງວຽນທ້ຽນເຍິນ,  ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ)

ວັນທີ 19 ມັງກອນ, ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ລົງເຮັດວຽກກັບຄະນະປະຈຳພັກແຂວງ ກວາງນາມ ກ່ຽວກັບວຽກງານຮັບປະກັນການໜູນຊ່ວຍສັງຄົມ; ລົງຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍດີເດັ່ນ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ ແລະ ຄອບຄົວທຸກຍາກຢູ່ແຂວງ ດັ໊ກລັ໊ກ.

          ແລະກໍ່ໃນວັນດຽວກັນ, ທ່ານເລຂາຄະນະພັກແຂວງ ແລະ ທ່ານປະທານຄະນະກຳມະການປະຊາຊົນແຂວງດັ໊ກລັ໊ກ ໄດ້ລົງໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ບັນດາຄົນເຈັບທຸກຍາກທີ່ພວມປິ່ນປົວພະຍາດຢູ່ໂຮງໝໍຫຼາຍຂະແໜງຢູ່ເຂດໄຕງວຽນ. ໃນຊຸມມື້ຜ່ານມາ, ບັນດາຄະນະປະຕິບັດງານຂອງແຂວງດັ໊ກລັ໊ກ ກໍ່ໄດ້ໄປມອບຂອງຂວັນນັບພັນໆພູດໃຫ້ບັນດາຕາແສງຢູ່ເຂດຫ່າງໄກສອກຫຼີກ ຕົກເປັນມູນຄ່ານັບສິບໆຕື້ດົ່ງ.

          ວັນທີ 19 ມັງກອນ, ທ່ານລັດຖະມົນຕີກະຊວງການເງິນຫວຽດນາມ ດິງຕ໊ຽນຢຸງ ກໍ່ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ຢູ່ແຂວງນິງບິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ