ການນຳບັນດາປະເທດສົ່ງຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ

(VOVWORLD) -  ໂດຍໄດ້ຮັບຂ່າວວ່າ ອະດີດປະທານປະເທດ, ພົນເອກ ເລດຶກແອັງ ເຖິງແກ່ມໍລະນະກຳ, ການນຳບັນດາປະເທດ ນິກາຣາກວາ, ມົງໂກນ, ກຳປູເຈຍ ໄດ້ສົ່ງຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈເຖິງການນຳພັກ, ລັດ, ລັດຖະບານ, ປະຊາຊົນ ຫວຽດນາມ ແລະ ຄອບຄົວອະດີດປະທານປະເທດ, ພົນເອກ ເລດຶກແອງ.

ທ່ານປະທານາທິບໍດີ ນິກາຣາກວາ Daniel Ortega Saavedra ແລະ ທ່ານປະທານາທິບໍດີ ມົງໂກນ Khaltmaa Buttulga ໄດ້ສົ່ງຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ.

        ແລະການນຳບັນດາປະເທດ ກຳປູເຈຍ, ໄທ, ຍີ່ປຸ່ນ ກໍ່ໄດ້ສົ່ງຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈເຖິງການນຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ