ການນຳບັນດາປະເທດສືບຕໍ່ສົ່ງສານອວຍພອນ 74 ປີແຫ່ງວັນຊາດຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງ 74 ປີແຫ່ງວັນຊາດຫວຽດນາມ, ການນຳບັນດາປະເທດ ບຣູໄນ, ສປປ ເກົາຫລີ, ສເກົາຫລີ, ອີຕາລີ, ອາເມລິກາ, ຢູແກຼນ, ຮຸງກາຣີ, ມົງໂກນ, ຊູແອດ ໄດ້ສົ່ງສານ  ອວຍພອນ ມາຍັງການນຳພັກ, ລັດຫວຽດນາມ.

ໃນສານອວຍພອນສົ່ງເຖິງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ກະສັດ ບຣູໄນ ມີຄວາມເຊື້ອໝັ້ນວ່າ ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ -ບຣູໄນ ຈະສືບຕໍ່ພັດທະນາໃນໄລຍະຈະມາເຖິງ.

ທ່ານປະທານາທິບໍດີ ສເກົາຫລີ Moon Jae In ສົ່ງສານອວຍພອນເຖິງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ. ໃນສານມີຕອນຂຽນວ່າ: ໃນໄລຍະຈະມາເຖິງ ຂ້າພະເຈົ້າຢາກພ້ອມກັບທ່ານປະທານປະເທດ ພັດທະນາ ແລະ ເຮັດໃຫ້ການພົວພັນລະຫວ່າງສອງປະເທດ ຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມຸ່ງໄປເຖິງອະນາຄົດ.

ທ່ານປະທານາທິບໍດີ ອາເມລິກາ ສົ່ງສານອວຍພອນເຖິງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ໃນນັ້ນປາດຖະຫນາຢາກສືບຕໍ່ຮ່ວມມືກັບຫວຽດນາມ ເພື່ອເພີ່ມທະວີການພົວພັນສອງຝ່າຍ ແລະ ຊຸກຍູ້ບັນດາບຸລິມະສິດລວມຢູ່ ພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ