ການນຳບັນດາປະເທດເອີລົບເນັ້ນໜັກເຖິງການຮ່ວມມືຢ່າງແໜ້ນແຟ້ນກັບອາເມລິກາ
ເສດຖີເງິນຕື້ Donald Trump ໄດ້ຮັບເລືອກ
ຕັ້ງເປັນປະທານາທິບໍດີ ອາເມລິກາ
(ພາບ: Getty)
(vovworld) - ພາຍຫຼັງເສດຖີເງິນຕື້ Donald Trump ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ, ວັນທີ 11/11, ປະທານາທິບໍດີ ຝລັ່ງ Francois Hollande ໃຫ້ຮູ້ວ່າ, ທ່ານຈະ ““ເຮັດແຈ້ງ ທັດສະນະ“ ກັບປະທານາທິບໍດີ ອາເມລິກາໃນການໂທລະສັບ “ຢ່າງກົງໄປກົງມາ“ ຄັ້ງຕ່າງໆ. ທ່ານ Francois Hollande ໃຫ້ຮູ້ວ່າ, ການສູ້ຮົບຕ້ານກໍ່ການຮ້າຍ ແລະ ຕ້ານອົງການ “ລັດອິດສະລາມ“ (IS) ຢູ່ຊີຣີ ແລະ ອີຣັກ, ການປະທະກັນຢູ່ ຢູແກຼນຕາເວັນອອກ ແມ່ນບັນດາບັນຫາເຊິ່ງທ່ານຢາກປຶກສາຫາລືໃນການໂທລະສັບ.
ສ່ວນທ່ານນາຍົກລັດຖະມົນຕີ ອີຕາລີ Matteo Renzi ກໍ່ໄດ້ໂທລະສັບກັບທ່ານ Donald Trump ແລະ ອວຍພອນທ່ານທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ. ໃນໂທລະສັບ, ທ່ານນາຍົກລັດຖະມົນຕີ Matteo Renzi ໄດ້ຢືນຢັນຄືນໃໝ່ຄວາມສຳຄັນທີ່ມີລັກສະນະຍຸດທະສາດຂອງພັນທະມິດລະຫວ່າງ ອາເມລິກາ ແລະ ອີຕາລີ. ພ້ອມທັງສະແດງຄວາມພ້ອມແລ້ວທີ່ຈະສົມທົບກັນຈັດຕັ້ງກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໃນປີ 2017.
ຕອນຄຳ່ວັນທີ 10/11, ໃນການໂທລະສັບກັບທ່ານ Donald Trump, ນາຍົກລັດຖະມົນຕີ ເຢັຍລະມັນ ທ່ານນາງ Angela Merkel ໄດ້ປຶກສາຫາລືກ່ຽວກັບການຮ່ວມມື ກໍ່ຄືສາຍພົວພັນລະຫວ່າງສອງປະເທດ ແລະ ເນັ້ນໜັກເຖິງບັນດາຄຸນຄ່າລວມຂອງເຢັຍລະມັນ ແລະ ອາເມລິກາ.