ການ​ນຳ​ບັນ​ດາ​ປະ​ເທດ​ໄດ້​ສ່​ົງ​​ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 75 ປີ​ແຫ່ງວັນ​ຊາດ ​ຫວຽດ​ນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ ຫວຽດນາມ (ຄືວັນທີ 2 ກັນຍາ 1945 – 2 ກັນຍາ 2020), ການນຳບັນດາປະເທດຄື: ບຣູໄນ, ເຢຍລະມັນ, ອານເຊຣີ, ອາຣັບບິ ຊາອຸດິ, ໂຮນລັງ, ຊູແອັດ, ເຊັກໂກ, ຊຳບີ, ອາຟຼິກກາໃຕ້, ໂມຊຳບິກ, ຈໍແດນ, ນິກາຣາກວາ, ປາກິດສະຖານ, ປານາມາ, ປາແລັດສະຕິນ, ໂປໂລຍ, ບຸນກາຣີ ໄດ້ສົ່ງສານອວຍພອນມາຍັງການນຳພັກ, ລັດ ຫວຽດນາມ.

ການ​ນຳ​ບັນ​ດາ​ປະ​ເທດ​ໄດ້​ສ່​ົງ​​ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 75 ປີ​ແຫ່ງວັນ​ຊາດ ​ຫວຽດ​ນາມ - ảnh 1ສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ ຫວຽດນາມ (ຄືວັນທີ 2 ກັນຍາ 1945 – 2 ກັນຍາ 2020)

(ພາບ:  baoquocte.vn

ໃນສານອວຍພອນສະບັບຕ່າງໆ, ການນຳບັນດາປະເທດໄດ້ຕີລາຄາສູງຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງຝ່າຍລະຫວ່າງ ຫວຽດນາມກັບບັນດາປະເທດໃນທຸກຂັ້ນ, ຢັ້ງຢຶນຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ແລະ ເປີດກ້ວາງການຮ່ວມມືອອກສູ່ບັນດາຂົງເຂດໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນ ຫວຽດນາມ ກັບປະຊາຊົນບັນດາປະເທດ, ກໍ່ຄື ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ລວມຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ