ຊາວອັງກິດໄດ້ເລືອກເຟັ້ນອອກຈາກ EU
ພາບ:DailyMail
|
(vovworld)- ພາຍຫລັງຜູ້ມີສິດເລືອກຕັ້ງ ອັງກິດ ໄດ້ປ່ອນບັດ ຕັດສິນປະເທດນີ້ ຖອນຕົວອອກຈາກ ສະຫະພາບເອີລົບ ( EU ), ປະທານາທິບໍດີ ອາເມລິກາ Brack Obama ໄດ້ຖະແຫລງວ່າ: ທ່ານເອງ ເຄົາລົບຄຳຕັດສິນຂອງປະຊາຊົນ ອັງກິດ ພ້ອມ ທັງຢືນຢັນ: ອັງກິດ ແລະ EU ສືບຕໍ່ແມ່ນບັນດາຄູ່ຮ່ວມມື “ຂາດບໍ່ໄດ້” ຂອງ ອາເມລິກາ. ໃນຂະນະນັ້ນ, ປະທານາທິບໍດີ ລັດເຊຍ V. Putin ຖືວ່າ ໝາກຜົນຂອງການລົງປະຊາມະຕິຢູ່ ອັງກິດ ໄດ້ສ່ອງແສງໃຫ້ເຫັນຄວາມບໍ່ພໍໃຈຂອງປະຊາຊົນ ອັງກິດ ກ່ຽວກັບບັນຫາຊາວອົບພະຍົບ ແລະ ມີຄວາມວິຕົກກັງວົນຕໍ່ຄວາມສະຫງົບປອດໄພ ກໍຄືບໍ່ພໍໃຈກ່ຽວກັບກົງຈັກອາດຍາສິດ EU. ສ່ວນນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໝັ້ນໝາຍ ຈະສົມທົບກັບບັນດາສະມາຊິກອື່ນໃນກຸຸ່ມ 7 ປະເທດອຸດສາຫະກຳພັດທະນາ G7 ເພື່ອຮັກສາເສດຖະກິດທົ່ວໂລກບໍ່ຖືກຕົກເຂົ້າສູ່ສະພາບວິກິດການ. ໃນຂະນະນັ້ນ, ລັດຖະມົນຕີກະຊວງການເງິນ ຟິລີບຟີນ ທ່ານ Cesar Purisima ເນັ້ນຫນັກວ່າ: ໝາກຜົນໃນຕໍ່ຫນ້າຂອງເລື່ອງ ອັງກິດ ອອກຈາກ EU ນັ້ນແມ່ນຄວາມວຸ້ນວາຍຕະຫລາດການເງິນທົ່ວໂລກ ແລະ ຜົນສະທ້ອນເຖິງທຸກປະເທດ. ສ່ວນນາຍົກລັດຖະມົນຕີ ສິງກະໂປ ຫລີຊຽນຫລົງ ຖືວ່າ: ເລື່ອງອັງກິດ ອອກຈາກ EU ແມ່ນບາດກ້າວຫັນປ່ຽນໃຫມ່ ແລະ ຕ້ອງມີເວລາຈຶ່ງຕີລາຄາໄດ້ວ່າ ສິ່ງນີ້ຈະຜົນສະທ້ອນເຖິງບັນດາພື້ນຖານເສດຖະກິດ ອາຊີ ແລະ ບັນດາເຂດອື່ນຄືແນວໃດ. ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ຈີນ ເຄົາລົບ ການເລືອກເຟັ້ນຂອງປະຊາຊົນ ອັງກິດ ພ້ອມທັງປາດຖະຫນາ ອັງກິດ ແລະ EU ຈະປຶກສາຫາລືກ່ຽວກັບວິວັດການ ອັງກິດ ອອກຈາກ EU ໂດຍໄວເທົ່າທີ່ຈະໄວໄດ້. ວັນທີ 24/6, ເລຂາທິການໃຫຍ່ ສປຊ Bankimoon ໄດ້ອອກຖະແຫລງການໃຫ້ຮູ້ວ່າ: ສປຊ ປາດຖະຫນາຢາກສືບຕໍ່ໄດ້ຮັບການປະກອບສ່ວນຈາກທັງສອງຄູ່ຮ່ວມມືສຳຄັນ ນັ້ນແມ່ນອັງກິດ ແລະ EU.