ການນຳປະເທດຕ່າງໆສະແດງທັດສະນະຕໍ່ເລື່ອງອັງກິດຖອນອອກຈາກ EU
ທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull |
(vovworld)- ພາຍຫຼັງທີ່ອັງກິດປ່ອນບັດຕົກລົງຖອນອອກຈາກສະຫະພາບເອີລົບ EU, ການນຳຫຼາຍປະເທດໃນໂລກໄດ້ສະແດງທັດສະນະກ່ຽວກັບບັນຫານີ້. ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull ໄດ້ຢືນຢັນສາຍພົວພັນຂອງອົດສະຕາລີກັບອັງກິດ ຊຶ່ງມີຄວາມສະໜິດຕິດພັນທີ່ສຸດ, ພ້ອມກັນນັ້ນ, ທ່ານກໍສະແດງຄວາມເຊື່ອໝັ້ນວ່າ ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າເສລີກັບ EU ຈະບໍ່ຖືກຜົນກະທົບທີ່ບໍ່ດີຍ້ອນ Brexit . ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີນອກແວ Erna Solberg ຖືວ່າ ການລົງປະຊາມະຕິຂອງອັງກິດບໍ່ພຽງແຕ່ແມ່ນສານຂອງຜູ້ມີສິດເລືອກຕັ້ງອັງກິດເທົ່ານັ້ນ, ຫາກຍັງສຳລັບບັນດາຜູ້ມີສິດເລືອກຕັ້ງບັນດາປະເທດເອີລົບອື່ນຊຶ່ງມີຄວາມຮູ້ສຶກວ່າ EU ບໍ່ມີຄວາມສາມາດພຽງພໍເພື່ອຮັບມືກັບບັນດາສິ່ງທ້າທາຍໃນປະຈຸບັນອີກດ້ວຍ. ສ່ວນທ່ານນາຍົກລັດຖະມົນຕີ ຮຸ່ງກາຣີ Orban, EU ຄວນຮັບຟັງຄຳເຫັນຂອງປະຊາຊົນ ແລະ ຖືວ່ານີ້ແມ່ນບົດຮຽນໃຫຍ່ທີ່ສຸດ.