ການ​ນຳ​ພັກ, ລັດ, ລັດຖະບານ​ຫວຽນາມ ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ອູກະແຣນ

ການ​ນຳ​ພັກ, ລັດ, ລັດຖະບານ​ຫວຽນາມ ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ອູກະແຣນ - ảnh 1
ທ່າ​ນ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ແລະ ທ່ານ​ນາຍົກລັດຖະມົນຕີອູກະ​ແຣນ Mykola Azarov
(ພາບ : nguyenphutrong.net)


Vovworld- ຕອນ​ບ່າຍ​ວັນ​ທີ 16/11, ຢູ່​ຮ່າ​ໂນ້ຍ, ທ່າ​ນ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບ ​​ທ່ານ​ Mykola Azarov ນາຍົກລັດຖະມົນຕີອູກະ​ແຣນ, ປະທານ​ພັກ​ພາກ​ພື້ນ​ອູ​ກະ​ແຣນ ທີ່​ເດີນທາງ​ມາ​ຢ້ຽມຢາມ​ສັນຖະວະ​ໄມຕີຫວຽດນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ຕ້ອນຮັບ, ທ່າ​ນ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​​ເນັ້ນ​ໜັກ​ວ່າ ຫວຽດນາມ​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ​ ການ​ຮ່ວມ​ມື​ຮອບດ້ານ​ກັບ​ອູ​ກະ​ແຣນ, ພ້ອມ​ທັງຮັບ​ຮູ້​ບັນດາ​ບາດກ້າວຂະຫຍາຍຕົວຢ່າງຕັ້ງໜ້າຂອງການພົວພັນ ລະຫວ່າງ 2 ປະເທດໃນໄລຍະທີ່ຜ່ານມາ, ກໍຄືຄວາມມານະພະຍາຍາມຂອງລັດຖະບານ 2 ປະເທດໃນການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ສູ້ຊົນນຳການພົວພັນຮ່ວມມື ດ້ານເສດຖະກິດ-ການ​ຄ້າ 2 ຝ່າຍ​ຂຶ້ນ​​ເທົ່າ​ທຽມ​ກັບ​ຄວາມ​ຫວັງ ​ແລະ ຄວາມ​ສາມາດບົ່ມ​ຊ້ອນ​ຂອງ 2 ປະ​ເທດ. ທ່າ​ນ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ຢືນຢັນ​ວ່າ ພັກ​ກອມມູນິດຫວຽດນາມ​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ພັກ​ການ​ເມືອງ​ຢູ່ ອູ​ກະ​ແຣນ, ​ໃນ​ນັ້ນ​ມີ​ພັກ​ພາກ​ພື້ນ ອູ​ກະ​ແຣນ; ຕີລາຄາສູງການເຊັນສັນຍາຮ່ວມມື ລະຫວ່າງ 2 ພັກ.

    ສ່ວນ ​​ທ່ານ​ນາຍົກລັດຖະມົນຕີອູກະ​ແຣນ Mykola Azarov ຢືນຢັນ​ວ່າ ອູ​ກະ​ແຣນ ຖື​ຫວຽດນາມ​ເປັນ​ຄູ່​ຮ່ວມ​ມື​ທີ່​ມີ​ມາ​ແຕ່​ດົນ​ນານ, ສຳຄັນ​ຂອງ ອູ​ກະ​ແຣນ​ໃນ​ພາກ​ພື້ໜອາຊີ-ອາຊີ​ຟິກ. ​​ທ່ານ​ນາຍົກລັດຖະມົນຕີອູກະ​ແຣນ Mykola Azarov ຢືນຢັນວ່າ​ພັກ​ພາກ​ພື້ນ ອູ​ກະ​ແຣນ ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ພັກ​ກອມ​ມູນິດ​ຫວຽກ​ນາມ ​ແລະ ຈະ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ສັນຍາ​ຮ່ວມ​ທີ່​ໄດ້​ຮັບ​ການ​ເຊັນ​ກັນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

  ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ກໍໄດ້​ໃຫ້ການ​ຕ້ອນຮັບ ​​ທ່ານ​ ນາຍົກລັດຖະມົນຕີອູກະ​ແຣນ Mykola Azarov ຢ່າງ​ສະໜິດສະໜົມ

 
ການ​ນຳ​ພັກ, ລັດ, ລັດຖະບານ​ຫວຽນາມ ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ອູກະແຣນ - ảnh 2
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dungຕ້ອນຮັບ​​
ທ່ານ​ນາຍົກລັດຖະມົນຕີອູກະ​ແຣນ Mykola Azarov
(ພາບ: VGP)

   ກ່ອນ​ໜ້າ​ນັ້ນ,ຕອນ​ເຊົ້າ​ວັນ​ທີ 16/11, ທີ່​ສຳນັກງານ​ລັດຖະບານ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ເປັນ​ປະທານ​ພິທີ​ຕ້ອນຮັບ​​ທ່ານ​ນາຍົກລັດຖະມົນຕີອູກະ​ແຣນ Mykola Azarov ທີ່​ເດີນທາງ​ມາ​ຢ້ຽມຢາມ​ສັນຖະວະ​ໄມຕີຫວຽດນາມ ຢ່າງ​ເປັນ​ທາງ​ການ. ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ອູກະ​ແຣນ Mykola Azarov. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນ​ຕີ​ສອງ​ທ່ານ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ສືບ​ຕໍ່ຊຸກຍູ້ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ໃນ​ນັ້ນ​ມີ​ຄະນະ​ຜູ້​ແທນ​ຂັ້ນ​ສູງ; ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ກະສິກຳ​​ໃຫ້​ຍິ່ງກວ່າ​ອີ​ກ; ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື, ການ​ສຶກສາ ​ແລະ ບຳລຸງ​ສ້າງ, ວັດທະນະທຳ​, ການທ່ອງທ່ຽວ, ກິລາ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ​​ໃນ​ການ​ພົບ​ປະ​ກັບ​ນັກ​ຂ່າວ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຊີ້​ແຈ້ງວ່າ.

        “ພວກ​ຂ້າພະ​ເຈົ້າ​ຢືນຢັນ​ການ​ສະໜັບສະໜູນ ​ແລະ ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ສ້າງ​ຕັ້ງ​ການ​ພົວພັນ​ໂດຍ​ກົງ ​ເພື່ອ​ຊອກ​ຫາ​ບັນດາ​ຮູບ​ແບບ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ. ຝ່າຍ​ຫວຽດນາມ ​ກ່ຽມພ້ອມ​ການ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ອູ​ກະ​ແຣນ ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ລົງທຶນ​ໂດຍ​ກົງ​ຢູ່​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງອູ​ກະ​ແຣນ ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ. ສອງຝ່າຍ​ຢືນຢັນ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື; ກະສິກຳ, ທະນາຄານ, ການ​ສຶກສາ ບຳລຸງ​ສ້າງ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ວັດ​ທະນະ​ທຳ…”

        ສິ້ດ​ສຸດ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ທ່ານ​ນາຍົກລັດຖະມົນຕີ Mykola Azarov ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ບັນດາ​ເອກະສານ​ຮ່ວມ​ມື​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ