(vov) - ພິທີຕ້ອນຮັບທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ແລະ ພັນລະຍາ ມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 26-28/12 ຖືກຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 26/12 ຢູ່ ທຳນຽບປະທານປະເທດ. ພາຍຫລັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຈູມມາລີ ໄຊຍະສອນ ດຳເນີນການເຈລະຈາ. ທີ່ການເຈລະຈາ, ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເນັ້ນຫນັກວ່າ:
“ການຢ້ຽມຢາມ ຫວຽດນາມ ຂອງທ່ານຈູມມາລີ ໄຊຍະສອນ ແມ່ນເຫດການການເມືອງຂອງປີສາມັກຄີມິດຕະພາບ ຫວຽດນາມ -ລາວ, ລາວ - ຫວຽດນາມ, ນຳມາໃຫ້ປະຊາຊົນ ຫວຽດນາມ ບັນດາອາລົມຈິດຖານສະຫາຍອ້າຍນ້ອງຢ່າງສະຫນິດສະຫນົມ, ຄວາມສາມັກຄີແບບພິເສດ, ສະຫນິດຕິດພັນບໍລິສຸດຜຸດຜ່ອງຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ.”
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານ
ປະເທດ ລາວ ຈູມມາລີ ໄຊຍະສອນ
ພາບ:TTXVN
|
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຈູມມາລີ ໄຊຍະສອນ ຖືວ່າ:
ສຽງທ່ານ ຈູມມາລີ ໄຊຍະສອນ
ຜູ້ນຳສອງທ່ານໄດ້ຢືນຢັນຄວາມຕັດສິນໃຈຮັກສາ, ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງໝັ້ນຄົງ. ສອງຝ່າຍເຫັນດີ ສືບຕໍ່ຍູ້ແຮງການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ເປັນຕົ້ນໃນຂົງເຂດເສດຖະກິດ, ການສຶກສາ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານ ປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ພົບປະແລກປ່ຽນຄຳເຫັນກັບທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່, ປະທານປະເທດລາວ. ນະທີ່ນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ ໃນປີ 2012, ບັນດາຂະແຫນງການ, ທຸກຂັ້ນ ແລະ ທ້ອງຖິ່ນຕ່າງໆຢູ່ ຫວຽດນາມ ແລະ ລາວ ໄດ້ມີການເຄື່ອນໄຫວອັນຟົດຟື້ນຫລາຍຢ່າງ, ມີຄວາມໝາຍ, ສ້າງເປັນຂີດໝາຍແຫ່ງການຕ່າງປະເທດສຳຄັນ. ທ່ານຈູມມາລີ ໄຊຍະສອນ ຖືວ່າ: ສືບຕໍ່ບັນດາຜົນສຳເລັດຂອງປີສາມັກຄີມິດຕະພາບ, ການນຳພັກ, ລັດ ລາວ ຈະຈັດການປະຊຸມປຶກສາຫາລື ແລະ ຫັນບັນດາເນື້ອໃນຮ່ວມມືໃຫ້ປະກົດຜົນເປັນຈິງເພື່ອຍົກການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃຫມ່.
ແລະກໍໃນວັນດຽວກັນນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ ໄດ້ເປັນປະທານຮ່ວມການປະຊຸມຂ່າວປະກາດຜົນສຳເລັດຂອງປີສາມັກຄີມິດຕະພາບ ຫວຽດນາມ ລາວ, ລາວ - ຫວຽດນາມ 2012. ທີ່ການປະຊຸມຂ່າວ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນຫນັກວ່າ: ປີ 2012, ສອງປະເທດ ໄດ້ສົມທົບກັນຈັດຕັ້ງການເຄື່ອນໄຫວທີ່ອຸດົມສົມບູນ, ຫລາຍຮູບຫລາຍແບບ ແລະ ມີປະສິດທິຜົນ, ດຶງດູດການເຂົ້າຮ່ວມຢ່າງເລິກເຊິ່ງ ແລະ ກວ້າງຂວາງຈາກທຸກຂັ້ນ, ຂະແຫນງການ ແລະ ປະຊາຊົນສອງປະເທດເປັນຈຳນວນຫລວງຫລາຍ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນຫນັກວ່າ:
“ບັນດາໝາກຜົນຂອງປີສາມັກຄີມິດຕະພາບ ໄດ້ສ້າງກຳລັງຫນູນສຳຄັນ ປະກອບສ່ວນນຳການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃຫມ່. ຂ້າພະເຈົ້າມີຄວາມເຊ່ືອໝັ້ນວ່າ ດ້ວຍຜົນສຳເລັດດັ່ງກ່າວຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2012, ສອງປະເທດ ຈະສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນນຳການພົວພັນລະຫວ່າງສອງປະເທດໃຫ້ພັດທະນາທັງລວງເລິກ ແລະ ບັນລຸປະສິດທິຜົນຢ່າງແທດຈິງກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ. ພ້ອມກັບທ່ານຈູມມາລີ ໄຊຍະສອນ, ຂ້າພະເຈົ້າຖະແຫລງວ່າ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2012 ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ”
ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ
ພາບ:internet
|
ສ່ວນທ່ານຈູມມາລີ ໄຊຍະສອນ ເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ຢືນຢັນວ່າ:
“ເຖິງວ່າສະພາບການໂລກ ແລະ ພາກພື້ນ ມີການຜັນແປຄືແນວໃດກໍຕາມ, ແຕ່ພັກ, ລັດ ແລະ ປະຊາຊົນ ລາວ ຈະສືບຕໍ່ພ້ອມກັບບັນດາສະຫາຍ ຫວຽດນາມ ຮັກສາສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດ ແລະ ຖືວ່າ ນັ້ນແມ່ນຊັບສົມບັດອັນລ້ຳຄ່າ, ແມ່ນກົດເກນແຫ່ງການຄົງຕົວ ແລະ ພັດທະນາຂອງສອງປະເທດ.”
ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຈູມມາລີ ໄຊຍະສອນ ໄດ້ຖະແຫລງສິ້ນສຸດປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2012.
ກ່ອນຫນ້ານັ້ນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ພົບປະແລກປ່ຽນຄຳເຫັນກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ: ຍາມໃດຫວຽດນາມ ກໍຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ກັບລາວ. ສ່ວນທ່ານຈູມມາລີ ໄຊຍະສອນ ໄດ້ຕີລາຄາສູງບັນດາໝາກຜົນແຫ່ງການຮ່ວມມືຮອບດ້ານໃນໄລຍະຜ່ານມາລະຫວ່າງລັດຖະບານສອງປະເທດ. ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ ໄດ້ເປັນປະທານພິທີມອບຫລຽນຄຳແຫ່ງຊາດໃຫ້ແກ່ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ຫລຽນໄຊອິດສະຫລະຊັ້ນຫນຶ່ງໃຫ້ແກ່ 21 ທ່ານ ຊຶ່ງແມ່ນອະດີດການຫວຽດນາມ.
ຕອນຄຳ່ວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ພັນລະຍາ ເປັນປະທານງານລ້ຽງຮັບຮອງທ່ານເລຂາທິການໃຫຍ່ ປະທານປະເທດລາວ ຈູມມາລີໄຊຍະສອນ ແລະ ພັນລະຍາ ພ້ອມກັບບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງລາວ.