ການນຳພັກ, ລັດສືບຕໍ່ການພົບປະກັບຜູ້ມີສິດເລືອກຕັ້ງ
(VOVWORLD) -ຕອນເຊົ້າວັນທີ 29 ພະຈິກ, ທ່ານ ຮ່ວາງຈູງຫາຍ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ແທງຊວັນ ພາຍຫລັງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ XIV ແລະ ກ່ອນທີ່ດຳເນີນກອງປະຊຸມຄັ້ງທີ 11 ຂອງສະພາປະຊາຊົນນະຄອນ ຮ່າໂນ້ຍ ຊຸດທີ XV.
ທີ່ການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ແທງຊວັນ (ພາບ:Hanoimoi.com.vn) |
ທີ່ການພົບປະ, ທ່ານຮ່ວາງຈູງຫາຍ ໄດ້ຕີລາຄາສູງບັນດາຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງເມືອງ ແທງຊວັນ ທີ່ຍົກອອກມາໃນການພົບປະ, ພ້ອມທັງສະເໜີບັນດາອົງການກ່ຽວຂ້ອງຂອງສູນກາງ ແລະ ນະຄອນແກ້ໄຂ, ຕອບໃຫ້ຜູ້ມີສິດເລືອກຕັ້ງໃນຄັ້ງພົບປະຕໍ່ໄປ.
ແລະໃນລະຫວ່າງວັນທີ 28 -29 ພະຈິກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໂດບ໊າຕິ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບາວອຽນ ແລະ ນະຄອນ ລາວກາຍ (ແຂວງ ລາວກາຍ).