ການນຳພັກ, ລັດອາໄລຫາ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ເຂົ້າຂ່ຳນັບສຸສານ ປະທານ ໂຮ່ຈີມິນ
ການນຳພັກ, ລັດອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ, ເຂົ້າຂຳ່ນັບສຸສານ ປະທານ ໂຮ່ຈີມິນ
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2012), ຕອນເຊົ້າວັນທີ 26/7, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ວາງພວງມາລາ, ຖະຫວາຍທູບທຽນ ອາໄລຫາດວງວິນຍານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວາລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ເຂົ້າຂຳ່ນັບສຸສານປະທານ ໂຮ່ຈີມິນ. ເຂົ້າຮ່ວມພິທີຖະຫວາຍທູບທຽນ ມີທ່ານນາຍົກລັດຖະມົນຕີ Nguyen Tan Dung, ປະທານສະພາແຫ່ງຊາດ Nguyen Sinh Hung. ອະດີດເລຂາທິການໃຫຍ່ Le Kha Phieu, Nong Duc Manh, ອະດີດປະທານສະພາແຫ່ງຊາດ Nguyen Van An, ບັນດາທ່ານກຳມະການກົມການເມືອງ ແລະ ບັນດານັກປະຕິວັດອາວຸໂສເຂົ້າຮ່ວມພິທີອາໄລຫາ. ກ່ອນໜ້ານັ້ນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ ແລະ ເຂົ້າຂຳ່ນັບສຸສານປະທານ ໂຮ່ຈີມິນ. ແລະ ກໍໃນວັນດຽວກັນ, ບັນດາຄະນະຜູ້ແທນກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ຄະນະພັກນະຄອນ, ຄະນະກຳມະການປະຊາຊົນຮ່າໂນ້ຍ ໄດ້ໄປວາງພວງມາລາ, ຖະຫວາຍທູບທຽນອາໄລຫາ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວາລີບັນດານັກຮົບເສຍສະລະຊີວິດເພື່ອຊາດ ແລະ ເຂົ້າຂຳ່ນັບສຸສານປະທານ ໂຮ່ຈີມິນເຊັນດຽວກັນ.