ການນຳພັກ, ລັດເຂົ້າວາງພວງມາລາຢູ່ສຸສານປະທານໂຮ່ຈີມິນ

(VOVWORLD) -ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາຢູ່ສຸສານປະທານໂຮ່ຈີມິນ

ການນຳພັກ, ລັດເຂົ້າວາງພວງມາລາຢູ່ສຸສານປະທານໂຮ່ຈີມິນ - ảnh 1 ບັນດາການນຳຫວຽດນາມ ໄປວາງພວງມາລາຢູ່ສຸສານປະທານໂຮ່ຈີມິນ

(ພາບ: TTXVN)

 ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາຢູ່ສຸສານປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2020).

        ເຂົ້າຮ່ວມພິທີດັ່ງກ່າວມີທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ອະດີດການນຳພັກ, ລັດ, ສະພາແຫ່ງຊາດ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ… ຕໍ່ຈາກນັ້ນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງນາວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາອາໄສຫາເຖິງດວງວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອານຸສາວະລີບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ຖະໜົນ ບັ໊ກເຊີນ.

        ຕອນເຊົ້າວັນດຽວກັນ, ບັນດາຄະນະຜູ້ແທນຄື: ຄະນະພັກການທະຫານສູນກາງ (ກະຊວງປ້ອງກັນປະເທດຫວຽດນາມ), ຄະນະພັກຕຳຫຼວດສູນກາງ (ກະຊວງຕຳຫຼວດຫວຽດນາມ), ນະຄອນຮ່າໂນ້ຍ… ກໍ່ໄດ້ໄປວາງພວງມາລາຢູ່ສຸສານປະທານໂຮ່ຈີມິນ, ໄປວາງພວງມາລາອາໄສຫາເຖິງດວງວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ