ການນຳພັກ ອວຍພອນບັນດາທ່ານໝໍ ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ

ການນຳພັກ ອວຍພອນບັນດາທ່ານໝໍ ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ - ảnh 1
ທ່ານ ດິງ​ເທ໋ຮິງ ໄດ້​ລົງ​ຢ້ຽມຢາມ​ໂຮງໝໍ​ບາງ​ແຫ່ງ​ຢູ່ ຮ່າ​ໂນ້ຍ
(ພາບ: Dương Ngọc/TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 25/2, ທ່ານ ດິງ​ເທ໋ຮິງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ​ໄດ້​ລົງ​ຢ້ຽມຢາມ​ໂຮງໝໍ​ບາງ​ແຫ່ງ​ຢູ່ ຮ່າ​ໂນ້ຍ ​ແລະ ອວຍພອນ​ບັນດາ​ທ່ານໝໍ ​ເນື່ອງ​ໃນ​ໂອກາດ​ວັນ​​ແພດ​ໝໍ ຫວຽດນາມ 27/2. ​ເມື່ອ​ລົງ​ຢ້ຽມຢາມ ​ໂຮງໝໍ ຫວຽດ - ດຶກ, ທ່ານ ດິງ​ເທ໋ຮິງ ຫວັງ​ວ່າ: ​ໂຮງໝໍ ຫວຽດ - ດຶກ ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບວິຊາ​ຊີບ, ຮັບ​ໃຊ້​ຄົນ​ເຈັບ​ດີ​ກ່ວາ​ອີກ. ທ່ານ​ກ່າວ​ວ່າ:

“ຂ້າພະ​ເຈົ້າ​ສະ​ເໜີ​ວ່າ​ ​ໃນ​ເງື່ອນ​ໄຂ​ປະ​ເທດ​ຊາດ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ, ພວກ​ເຮົາ​ສືບ​ຕໍ່​ເສີມ​ຂະຫຍາຍ​ຜົນງານ​ທີ່​ບັນລຸ​ໄດ້, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສະຫງ່າ​ງາມ​ຂອງ ​ໂຮງໝໍ ຫວຽດ - ດຶກ. ຖັນ​ແຖວ​ທ່ານໝໍ ສູ້​ຊົນ​ເພື່ອ​ມີ​ລະດັບ​ວິຊາ​ຊີບ​ສູງ ມີ​ຈັນ​ຍາ​ບັນ​ດ້ານ​ວິຊາ​ຊີບ ​ເພື່ອ​ປິວ​ປົ່ວ​ພະຍາດ​ໃຫ້​ຄົນ​ເຈັບ”

        ​ເມື່ອ​ລົງ​ຢ້ຽມຢາມ ​ໂຮງໝໍ​ການ​ແພດ​ພື້ນ​ເມືອງ  ສູນ​ກາງ, ທ່ານ ດິງ​ເທ໋ຮິງ ຊີ້​ແຈງ​ວ່າ: ​ໂຮງໝໍຄວນ​​ສືບ​ທອດ, ​ເສີມ​ຂະຫຍາຍ​ບັນດາວິທີ​ປິນປົ່ວ​ແບບ​ພື້ນ​ເມືອງ​ຂອງຊາດ, ຊອກ​ຫາ ຄົ້ນ​ຄ້ວາຢ່າ​ພື້ນ​ເມືອງ​ຊິ​ນິດ​ໃໝ່ ​ແລະ ສົມທົບ​ເປັນ​ຢ່າງ​ດີ​ລະຫວ່າງ​ການ​ແພດ​ພື້ນ​ເມືອງ ​ແລະ ການ​ແພດທັນ​ສະ​ໄໝ​ໃນ​ການກວດ, ປິນປົ່ວ​ພະຍາດ.

ຂ່າວ/ບົດ​ອື່ນ