ການນຳພັກ ແລະ ລັດ ສປປລາວ ຕ້ອນຮັບຮອງປະທານສະພາແຫ່ງຊາດ ອວງຈູລິວ

ການນຳພັກ ແລະ ລັດ ສປປລາວ ຕ້ອນຮັບຮອງປະທານສະພາແຫ່ງຊາດ ອວງຈູລິວ - ảnh 1
​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ອວງຈູ​ລິວ
ພົບປະກັບທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ
(ພາບ: kpl.net.la)


(vovworld) - ຕອນ​ເຊົ້າ​ວັນ​ທີ 29/07, ຢູ່​ນະຄອນຫຼວງວຽງ​ຈັນ, ທ່ານ​ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ​ແລະ ທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ ​ໄດ້​ໃຫ້ກາ​ນຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ  ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ອວງຈູ​ລິວ ນຳ​ໜ້າທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ​ໄດ້​ອວຍພອນ​ບັນດາຜົນງານເຊິ່ງ​ປະຊາ​ຊົນ​ລາວ ບັນລຸ​ໄດ້​ໃນ​​ໄລຍະ​ຜ່ານ​ມາ ​ແລະ ​ເນັ້ນ​ໜັກ​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຂອງ​ສະພາ​ແຫ່ງ​ຊາດ​ລາວ ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ບັນດາ​ຫົວ​ເລື່ອງ​ສະ​ເພາະ​ເພື່ອ​ຮັບ​ໃຊ້​ການ​ຮ່ວມ​ມື​ລົງທຶນ, ກໍ່​ຄື​ເລື່ອງ​ເຂົ້າ​​​ເປັນ​ສະມາຊິກ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໃນປີ 2015 ຂອງ 2 ປະ​ເທດ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ຢືນ​ຢັນ​ວ່າ ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເພີ່ມ​ພູນ​ຄຸນສ້າງ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ໝັ້ນຄົງ ​ເພື່ອ​ຄວາມ​ຜາ​ສຸກຂອງ​ປະຊາຊົນ ​ແລະ ສັນຕິພາບ, ການພັດທະນາ ​ແລະ ວັດທະນາ​ຖາວອນ​ໃນພາກ​ພື້ນ ​ແລະ ​ໃນ​ໂລກ.

        ບັນດາ​ການ​ນຳ​ລາວ ​ໄດ້​ຂອບ​ໃຈ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼື​ອລາວ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຊຸກຍູ້​ການ​ຮ່ວມ​ມຶ​ລົງທຶນ​ໃຫ້​ບັນລຸ​ປະສິດທິ​ຜົນ​ສູງ​ກວ່າ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ​ລະຫວ່າງ​ລາວ - ຫງຽດນາມ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.
ຂ່າວ/ບົດ​ອື່ນ