ການນຳພັກ,ລັດຕ້ອນຮັບນາຍົກລັດຖະມົນຕີສະຫະພັນລາຊະອານາຈັກອັງກິດແລະໄອແລນເໜືອ

ການນຳພັກ,ລັດຕ້ອນຮັບນາຍົກລັດຖະມົນຕີສະຫະພັນລາຊະອານາຈັກອັງກິດແລະໄອແລນເໜືອ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸຈ້ອງຕ້ອນຮັບ​
ທ່ານ​ນາຍົກລັດຖະມົນຕີສະຫະພັນລາຊະ​ອານາ​ຈັກ​ອັງກິດ ​ແລະ ໄອແລນ​ເໜືອ)


​​(vovworld) - ຕອນ​ບ່າຍ​ວັນ​ທີ​ 29/07, ຢູ່​ສຳນັກງານ​ສູນ​ກາ​ງພັກ, ທ່າ​ນ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີສະຫະພັນລາຊະ​ອານາ​ຈັກ​ອັງກິດ ​ແລະ ໄອແລນ​ເໜືອ David Cameron ພວມ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸຈ້ອງ ປາດ​ຖະໜາ​ວ່າ, ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີອັງກິດ ຈະ​ປະກອບສ່ວນ​ເພີ່​ມທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ລະຫວ່າງ​ຫວຽດນາມ - ລາຊະ​ອານາຈັກ​ອັງກິດ, ​ໃນ​ນັ້ນ​ມ​ີການ​ພົວພັນ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ກັບ​ບັນດາ​ພັກ​ຝ່າຍການ​ເມືອງ​ຂອງ​ອັງກິດ, ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ, ການ​ລົງທຶນ, ການ​ຮ່ວມ​ມື​ດ້ານ​ສຶກສາ, ບຳລຸງ​ສ້າງ. ທ່ານ​​ເລ​ຂາ​ທິການ​ໃຫຍ່ ປາດ​ຖະໜາ​ວ່າ, ອັງກິດ ​ສືບ​ຕໍ່​ມີ​ທັດສະ​ນະ​ຢ່າງ​ຕັ້ງໜ້າ​ໃນ​ການ​ແກ້​​ໄຂ​ບັນດາ​ການ​ຂັດ​ແຍ້ງກັນໂດຍ​ສັນຕິ​ວີ​ທີຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ ​ກໍ​ຄືຢູ່​ໃນ​ໂລກ​.

        ທ່ານ​ນາຍົກລັດຖະມົນຕີ David Cameron ຢືນຢັນ​ວ່າ, ລັດຖະບານ​ອັງກິດ ​ຖື​ເປັນ​ສຳຄັນການ​ພົວພັນ​ກັບ​ຫວຽດນາມ, ຖື​ຫວຽດນາມ ​ແມ​່ນຄູ່​ຮ່ວມ​ມື​ສຳຄັນ​ໃນ​ພາກພື້ນ ​ແລະ ຈະ​ມານະ​ພະຍາຍາມ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາຄ​ຳ​ໝັ້ນ​ສັນຍາ​ກັບ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​​ບຸລິມະ​ສິດ, ບົນ​ຈິດ​ໃຈ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ.

        ​ແລະ​ກໍ​ໃນວັນ​ດຽວ​ກັນ, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron. ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ​ເຊື່ອ​ໝັ້ນ​ວ່າ, ​ເມື່ອ​ສັນຍາ​ການ​ຄ້າ​ເສລີ​ (FTA) ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ຫວຽດນາມ ​ແລະ EU ​ແລ້ວ, ການພົວພັນ​ຮ່ວມ​ມື​ດ້ານ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ລາຊະ​ອານາຈັກອັງກິດ ຈະ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ. ວົງ​ເງິນ​ການ​ຄ້າ 2 ສົ້ນ​ຈະ​​ເຕີບ​ໂຕ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສະມາດ​ບົ່​​ມຊ້ອນ.

ຂ່າວ/ບົດ​ອື່ນ