ການນຳພັກ,ລັດເຂົ້າຂ່ຳນັບສຸສານປະທານໂຮ່ຈິມິນ

ການນຳພັກ,ລັດເຂົ້າຂ່ຳນັບສຸສານປະທານໂຮ່ຈິມິນ - ảnh 1
ການ​ນຳ​ພັກ, ລັດເຂົ້າຢ້ຽມ​ຂ່ຳນັບ​ສຸສານປະທານ​ໂຮ່ຈິ​ມິນ
(ພາບ: chinhphu.vn)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 27/01, ຄະນະ​ຜູ​​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ​, ຄະນະ​ກຳມະການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໄປ​ວາງ​ພວງ​ມາລາ, ເຂົ້າ​ຂ່ຳນັບ​ສຸສານປະທານ​ໂຮ່ຈິ​ມິນ ​ເນື່ອງ​ໃນ​ໂອກາດ 84 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ (03/02/1930 – 03/02/2014) ​ແລະ ​ໃນ​ໂອກາດ​ບຸນ​ປີ​ໃໝ່ ປີ​ມະ​ເມຍ 2014. ພວງມາລາ​ຂອງ​ຄະນະ​ຜູ້​​ແທນໄດ້ຕິດແຖບຜ້າແຖວໂຕໜັງສື “ ສະແດງຄວາມູ້ບູນຄຸນຂອງ​ປະທານ​ໂຮ່ຈິ​ມິນ​ ຜູ້​ຍິງ​ໃຫຍ່​ຕະຫຼອດກາລະນານ”.

        ຕໍ່ໜ້າດວງວິນຍານປະທານ​ໂຮ່ຈິ​ມິນ, ບັນດາ​ການ​ນຳພັກ, ລັດ, ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ເຄົາລົບນັບຖື​ທີ່​ມີ​ຕໍ່​ຜູ້ນຳ​ທີ່​ຍິ່ງ​ໃຫຍ່ຂອງ​ພັກ ​ແລະ ປະຊາ​ຊົນ​ຫວຽດນາມ, ​ເປັນ​ອາຈານ​ທີ່​ຍິງ​ໃຫຍ່​ຂອງ​ການປະຕິວັດ​ຫວຽດນາມ, ​ເປັນ​ນັກ​ວິລາ​ຊົນ​ປົກ​ປ່ອຍ​ຊາດ, ຜູ້​ທີ່​ໄດ້​ອຸທິດ​ຕະຫຼອດ​ຊີວິດ​ຂອງ​ຕົນ​ໃຫ້​ ເອກະ​ລາດຂອງ​ປະ​ເທດ​ຊາດ ​ແລ​ະ ຄວາມ​ເສລີ, ຜາ​ສຸກຂອງ​ປະຊາຊົນ. ບັນດາການ​ນຳ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ສືບ​ຕໍ່​ພາລະກິດ​ຂອງ​ເພີ່ນ​ແມ່ນ ກໍ່ສ້າງ​ພັກໃຫ້​ນັບ​ມື້​ນັບ​ປອດ​​ໄສ, ​ເຂັ້ມ​ແຂງ, ສ້າງ​ປະ​ເທດ​ຊາດ​ສີວິ​ໄລ, ປະຊາຊົນ​ອຳ​ໜຳ​ສຳ​ນານ ແລະ ສົມບູນພູມສຸກ.

        ຕໍ່​ຈາກ​ນັ້ນ, ຄະນະ​ຜູ້​ແທນ​ໄດ້​ໄປ​ວາງ​ພວງມາລາ ​ແລະ ອາ​ໄລ​ຫາ​ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຢູ່​ອານຸສາ​ວາລີ​ຮັກ​ຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

        ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ ​ແລະ ກະຊວງ​ຕຳຫຼວດ, ຄະນະ​ພັກ​ ​ແລະ ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ... ​ໄດ້​ໄປ​ວາງ​ພວງມາລາ, ​ເຂົ້າຂ່ຳນັບ​ສຸສານປະທານ​ໂຮ່ຈິ​ມິນ ​ແລະ ​ໄປວາງ​ພວມມາລາ​ຢູ່​ອານຸສາ​ວາລີ​ອາ​ໄລ​ຫາ​ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເຊັ່ນ​ດຽວ​ກັນ.
ຂ່າວ/ບົດ​ອື່ນ