ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວຄຳເຫັນຊີ້ນຳກອງປະຊຸມ
ພາບ:http://tuoitre.vn
|
(vovworld)- ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກນະຄອນໂຮ່ຈິມີນ ຄັ້ງທີ 10 ອາຍຸການ 2015- 2020 ຊື່ງດຳເນີນໃນຕອນເຊົ້າວັນທີ 14/10, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສະເຫນີວ່າ:
“ຕ້ອງປະຕິບັດວຽກງານວາງແຜນກຳນົດ, ສຸມໃສ່ຊີ້ນຳ, ລະດົມທຸກແຫລ່ງກຳລັງຢູ່ພາຍໃນ ແລະ ຕ່າງປະເທດ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງເຂດຕົວເມືອງໃຫ້ສຳເລັດ, ເພີ່ມທະວີການຮັກສາສິ່ງແວດລ້ອມ, ຈຳກັດຜົນຮ້າຍຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ ພ້ອມທັງກໍ່ສ້າງບັນດາເຂດຕົວເມືອງຕາມທິດສີວິໄລ, ທັນສະໄຫມ.”
ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ອົງຄະນະພັກກຸ່ມບັນດາອົງການສູນກາງຄັ້ງທີ 12 ອາຍຸການ 2015-2020, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນຫນັກວ່າ:
“ອົງຄະນະພັກຕ້ອງຊີ້ນຳນຳພາການນຳບັນດາອົງການ, ພະນັກງານ, ສະມາຊິກພັກໃນກຸ່ມ ຍົກສູງກຳລັງຄວາມສາມາດ, ກຳແຫນ້ນສະພາບການຜັນແປຢູ່ພາຍໃນ ແລະ ຕ່າງປະເທດ. ເພີ່ມທະວີການຄົ້ນຄ້ວາທິດສະດີ ແລະ ສະຫລຸບພຶດຕິກຳ, ຄວາມສາມາດຄາດຄະເນບັນດາກໍລະນີອາດຈະເກີດຂຶ້ນ, ຍົກສູງຄຸນນະພາບວຽກງານເສນາທິການ, ສະເຫນີບັນດານະໂຍບາຍ, ແຜນນະໂຍບາຍເພື່ອປະຕິບັດຫນ້າທີ່ພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ.”
ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກຸ່ມວິສາຫະກິດສູນກາງ. ທ່ານເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກແຂວງ ໄຕນີງ.