ການນຳພັກ,ລັດໄຫວ້ອາໄລປະທານໂຮ່ຈີມິນແລະອາໄລຫາບັນດານັກວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ

ການນຳພັກ,ລັດໄຫວ້ອາໄລປະທານໂຮ່ຈີມິນແລະອາໄລຫາບັນດານັກວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ - ảnh 1

ການ​ນຳ​ພັກ,ລັດ​ໄຫ​ວ້ອາ​ໄລ​ ປະທານ​ໂຮ່ຈີ​ມິນ​ ແລະ​ ອາ​ໄລ​ຫາ
​ບັນດາ​ນັກ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີ​ວິດ​ເພື່ອ​ຊາດ


(vovworld) –​ ​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຕຳຫລວດ​ປະຊາຊົນ ຫວຽດນາມ (19/8/1945 – 19/8/2015) ​ແລະ 10 ປີ​ແຫ່ງ​ວັນ​ບຸນ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ປະ​ເທດ​ຊາດ (19/8/2005 – 19/8/2015), ຕອນ​ເຊົ້າ​ວັນ​ທີ 18/8, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ເຂົ້າ​ສຸສານ​ໄຫວ້​ອາ​ໄລ​ປະທານ ​ໂຮ່ຈີ​ມິນ ​ແລະ ອາ​ໄລ​ຫາ​ບັນດາ​​ວິລະ​ຊົນນັກຮົບທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຢູ່​ອະນຸສາວະລີ​ວິລະ​ຊົນ​ນັກຮົບທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ​ເຂົ້າ​ຮ່ວມ​ພິທີ​ໄຫວ້​ອາ​ໄລ​ມີ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ປະ​ເທ​ດ ​ເຈືອງ​ເຕີ໋ນຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ທ່ານ​ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຢີ​ນ. ນະ​ທີ່​ນີ້, ການ​ນຳພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ສະ​ແດງ​ຄວາມ​ເຄົາລົບ, ອາ​ໄລ​ຫາ​ບຸນຄຸນ​ອັນ​ໃຫຍ່​ຫລວງ​ຂອງ​ປະທານ ​ໂຮ່ຈີ​ມິນ ສຳລັບ​ພາລະກິດ​ປະຕິວັດ​ຂອງພັກ ​ແລະ ປະ​ເທດ​ຊາດ.

           ຫລັງ​ຈາກນັ້ນ, ທີ່​ອະນຸສາວະລີບັນດາ​​ວິລະ​ຊົນ​ນັກຮົບທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ວາງ​ພວງມາລາ​ອາ​ໄລ​ຫາ​ບັນດາ​ນັກ​ວິລະ​ຊົນນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ

           ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ທີ 18/8, ຄະນະ​ຜູ້​ແທນ​ຄະນະ​ພັກ​ຕຳ​ຫລວດ​ສູນ​ກາງ - ກະຊວງ​ຕຳຫລວດ ​ໂດຍ​ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວດ ​ເປັນ​ຫົວໜ້າ​ຄະນະ, ​ເຂົ້າ​ສຸສານ​ໄຫວ້​ອາ​ໄລ​ປະທານ ​ໂຮ່ຈີ​ມິນ ​ແລະ ວາງ​ພວງມາລາ​ອາ​ໄລ​ຫາ​ບັນດາ​ວິລະ​ຊົນ​ນັກຮົບທີ່​ເສຍສະຫຼະ​ຊີວິ​ດ​ເພື່ອ​ຊາດ​ຢູ່​ອະນຸສາວະລີ​ບັນດາ​​ວິລະ​ຊົນ​ນັກຮົບທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ​ໃນ​ຕະຫລອດ​ໄລຍະ 70 ປີ​ແຫ່ງ​ວັນ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ, ຮັກສາ​ຄວາມ​ລະບຽບ​ຮຽກ​ຮ້ອຍ​ສັງຄົມ, ທີ່ລຳບາກກາກ​ກຳ, ສັບສົນ, ພະນັກງານ, ນັກຮົບ​ຕຳຫລວດ​ປະຊາຊົນຫລາຍ​ຄົນບໍ່ຫົວຊາຕໍ່ຄວາມອັນຕະລາຍ, ພ້ອມ​ແລ້ວ​ທີ່ຈະ​ເສຍສະຫຼະ​ຊີວິດ ​ເພື່ອ​ປົກ​ປັກ​ຮັກສາພັກ, ຮັກສາ​ລະບອບ​ສັງຄົມ​ນິຍົມ, ​ເພື່ອ​ຊີວິດ​ການ​ເປັນ​ຢູ່​ສະຫງົບ​ສຸກ ​ແລະ ຄວາມຜາ​ສຸດ​ຂອງ​ປະຊາຊົນ.


ຂ່າວ/ບົດ​ອື່ນ