ການນຳພັກແຮງງານ ເມກຊີໂກ ຕີລາຄາຢ່າງຕັ້ງໜ້າການພົວພັນກັບ ຫວຽດນາມ
ພາບປະກອບ
(vovworld) – ວັນທີ 9/6, ຢູ່ເມກຊີໂກ, ສະມາຊິກສະພາແຫ່ງຊາດສະຫະພາບ, ເລຂາທິການໃຫຍ່ພັກແຮງງານ ເມກຊີໂກ (PT), ທ່ານ Alberto Anaya Guierrez, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ເມກຊີໂກ - ຫວຽດນາມ ໄດ້ໄປຢ້ຽມຢາມຮ້ານວາງສະແດງຂອງ ຫວຽດນາມ ຢູ່ງານຕະຫຼາດນັດ ບັນດາພື້ນຖານວັດທະນະທຳເພື່ອນມິດຄັ້ງທີ 5 ທີ່ຈັດຂຶ້ນຢູ່ນະຄອນຫຼວງ ເມກຊີໂກ ຊິຕີ. ທ່ານ Alberto Anaya Guierrez ໄດ້ຍ້ອງຍໍສິນຄ້າທີ່ເປັນເອກະລັກສະເພາະຂອງ ຫວຽດນາມ, ໃນນັ້ນມີພາບສີຂັດມັນ ແລະ ບັນດາຜະລິດຕະພັນຕັດຫຍິບທີ່ເຮັດດ້ວຍແພໄໝຂອງ ຫວຽດນາມ. ທ່ານກໍ່ໄດ້ລາຍງານເລື່ອງ ພັກ PT ສືບຕໍ່ຮັບບົດບາດເປັນປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ເມກຊີໂກ - ຫວຽດນາມ ໃນອາຍຸການ 3 ປີຈະມາເຖິງ ແລະ ນີ້ເປັນຄັ້ງທີ 3 ຢ່າງລຽນຕິດ, ພັກ PT ໄດ້ເປັນກຽດຮັບໜ້າທີ່ສຳຄັນນີ້ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ, ຕັ້ງໜ້າປະກອບສ່ວນເຂົ້າໃນວິວັດທະນາການປັບປຸງ ແລະ ເປີດກ້ວາງການພົວພັນຫຼາຍດ້ານລະຫວ່າງ ເມກຊີໂກ ແລະ ຫວຽດນາມ.