(ພາບ:tinnhanhvietnam.net)
( vovworld ) – ວັນທີ 2/8, ທ່ານປະທານາທິບໍດີລັດເຊຍ Vladimir.Putin ຊື່ງພວມຢູ່ຢ້ຽມຢາມອັງກິດ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ David Cameron, ໜື່ງໃນບັນດາຫົວຂໍ້ຈຸດສຸມແມ່ນສະພາບການຢູ່ຊີຣີ. ໃນການພົບປະກັບວົງການນັກຂ່າວຫຼັງການເຈລະຈາ, ທ່ານປະທານາທິບໍດີລັດເຊຍ Vladimir.Putin ຊີ້ແຈ້ງວ່າ: ໃນການພົບປະທີ່ແກ່ຍາວເປັນເວລາເກືອບ 1 ຊົ່ວໂມງ, ການນຳລັດເຊຍ ແລະ ອັງກິດ ໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືສະພາບການຢູ່ຊີຣີ, ທ່ານປະທານາທິບໍດີລັດເຊຍ ໄດ້ຍົກອອກບາງຈຸດຄ້າຍຄືກັນໃນການຕີລາຄາສະພາບການຢູ່ຊີຣີ ລະຫວ່າງມົດສະກູ ແລະ ລອນດອນ. ຕາມທ່ານແລ້ວ, ເຖິງວ່າ ຍັງມີຄວາມບໍ່ລົງລອຍກັນຈຳນວນ 1 ກ່ຽວກັບຫຼັກໝັ້ນຕໍ່ປະເທດຕາເວັນອອກກາງນີ້ກໍ່ຕາມ ແຕ່ທັງສອງຝ່າຍລ້ວນແຕ່ເຫັນດີເປັນເອກະສັນນຳກັນວ່າ ລັດເຊຍ ແລະ ອັງກິດ ລ້ວນແຕ່ມີຄວາມປາດຖະໜາວ່າປະເທດຊີຣີ ມີຄວາມສະຖຽນລະພາບ. ທ່ານປະທານາທິບໍດີລັດເຊຍ Vladimir.Putin ແລະ ທ່ານນາຍົກລັດຖະມົນຕີອັງກິດ David Cameron ໄດ້ອອກຄຳສັ່ງໃຫ້ລັດຖະມົນຕີການຕ່າງປະເທດສອງປະເທດ ຈົ່ງສືບຕໍ່ວຽກງານລວມເພື່ອແກ້ໄຂສະພາບການກ່ຽວກັບຊີຣີ. ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ, ໃນນັ້ນໄດ້ຍົກອອກການພັດທະນາການພົວພັນຮ່ວມມືດ້ານການຄ້າ-ເສດຖະກິດ ແລະ ດ້ານພະລັງງານ ລະຫວ່າງລັດເຊຍ-ອັງກິດ ຢ່າງບໍ່ຢຸດຢັ້ງ. ສອງຝ່າຍໄດ້ຕົກລົງຈະຊອກຫາບັນດາຂົງເຂດຮ່ວມມືໃໝ່ ເພື່ອແນ່ໃສ່ພັດທະນາບັນດາການພົວພັນດ້ານເສດຖະກິດ.