ການນຳວິທະຍຸກະຈາຍສຽງຫວຽດນາມ ໃຫ້ການຕ້ອນຮັບຄະນະຜູ້ແທນໂທລະພາບແຫ່ງຊາດລາວ
ພາບປະກອບ
(vovworld) - ຕອນບ່າຍວັນທີ 25/7, ຢູ່ ຮ່າໂນ້ຍ, ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ Vu Hai ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນໂທລະພາບແຫ່ງຊາດ ລາວ ແລະ ພະນັກງານບາງກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ. ນະທີ່ນີ້, ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ Vu Hai ໄດ້ແນະນຳບັນດາຈຸດຕົ້ນຕໍກ່ຽວກັບວິທະຍຸກະຈາຍສຽງຫວຽດນາມ. ປະຈຸບັນ, ວິທະຍຸກະຈາຍສຽງຫວຽດນາມ ມີ 5 ລະບົບກະຈາຍສຽງ ແລະ 1 ລາຍການກະຈາຍສຽງຈາລະຈອນ. ວິທະຍຸກະຈາຍສຽງຫວຽດນາມ ມີວິທະຍາໄລກະຈາຍສຽງ - ໂທລະພາບ 2 ແຫ່ງທີ່ບຳລຸງສ້າງໃຫ້ແກ່ບັນດາພະນັກງານ, ນັກເຕັກນິກໃຫ້ແກ່ວິທະຍຸກະຈາຍສຽງຫວຽດນາມ ແລະ ບັນດາວິທະຍຸກະຈາຍສຽງບັນດາແຂວງ. ລະບົບກະຈາຍສຽງພາສາຕ່າງປະເທດ ຂອງ ວິທະຍຸກະຈາຍສຽງຫວຽດນາມ ປະກອບດ້ວຍ 12 ພາສາ, ໃນນັ້ນມີພາສາລາວ ແລະ ລາຍການພາສາຫວຽດນາມ ທີ່ສະຫງວນໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພ້ອມທັງຫາກໍສະເໜີຕົວເວັບໄຊດ້ວຍ 12 ພາສາ. ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ Vu Hai ໃຫ້ຮູ້ວ່າ:
“ປະຈຸບັນ, ພວກຂ້າພະເຈົ້າມີສຳນັກງານປະຈຳຢູ່ພາຍໃນປະເທດ 5 ແຫ່ງນັ້ນແມ່ນ: ເຊີນລາ (ເຂດໄຕບັກ), ດ່າໜັງ(ພາກກາງ), ດັກລັກ (ເຂດໄຕງວຽນ), ເກີນເທີ (ເຂດຕາເວັນອອກພາກໃຕ້) ແລະ ນະຄອນ ໂຮ່ຈີມິນ. ນອກຈາກນັ້ນແລ້ວ, ພວກຂ້າພະເຈົ້າກໍມີສຳນັກງານຜູ້ຕາງໜ້າຢູ່ຕ່າງປະເທດ 9 ແຫ່ງ, ຢູ່ ອາຊີ ມີ ລາວ, ຈີນ, ກຳປູເຈຍ, ໄທ. ເຂດອາບຟຣີກາເໜືອ ແລະ ຕາເວັນອອກກາງ ມີ: ອີຢິບ. ຢູ່ ເອີລົບ ມີ ຝຣັ່ງ, ລັດເຊຍ, ນອກຈາກນັ້ນຍັງມີ ອາເມລິກາ”
ທີ່ການຕ້ອນຮັບ, ທ່ານບຸນຈອມ ວົງເພັດ, ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດ ລາວ ສະແດງຄວາມຫວັງຢາກໃຫ້ວິທະຍຸກະຈາຍສຽງຫວຽດນາມ ໃຫ້ການຮ່ວມມື, ແບ່ງປັນບັນດາບົດຮຽນໃນການເຮັດວຽກ ເພື່ອພັດທະນາພາລະກິດກະຈາຍສຽງ - ໂທລະພາບຂອງ ສປປ ລາວ ດີຍິ່ງຂຶ້ນອີກ.