ການນຳສູນກາງແນວໂຮມປະເທດຊາດຫວຽດນາມລົງອວຍພອນປີໃໝ່ພະອາຈານມະຫາ ທິກໂຝເຕ້ວ
ທ່ານຫງວຽນຖ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ພະອາຈານມະຫາ ທິກໂຝເຕ້ວ |
(vovworld)- ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີວອກ 2016, ຕອນເຊົ້າວັນທີ 1/2 ທ່ານຫງວຽນຖ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ພະອາຈານມະຫາ ທິກໂຝເຕ້ວ ສາດສະດາສະມາຄົມພຸດທະສາດສະໜາຫວຽດນາມ ພ້ອມກັບບັນດາຜູ້ທີ່ມີຍົດສັກຕຳແໜ່ງໃນສະມາຄົມພຸດທະສາດສະໜາຫວຽດນາມຢູ່ວັດວຽນມິນ, ຕາແສງກວາງລ້າງ, ເມືອງຟູ້ຊວຽນ ນະຄອນຮ່າໂນ້ຍ. ເນື່ອງໃນໂອກາດພະອາຈານມະຫາ ທິກໂຝເຕ້ວ ມີອາຍຸຄົບຮອບ 100 ປີ, ທ່ານຫງວຽນຖ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ອວຍພອນພະອາຈານມະຫາ ທິກໂຝເຕ້ວ ຈົ່ງມີສຸຂະພາບເຂັ້ມແຂງ, ຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ, ສືບຕໍ່ຊັກຈູງສະມາຄົມພຸດທະສາດສະໜາຫວຽດນາມສຳເລັດວຽກງານສາດສະໜາໃນປີ 2016 ເພື່ອສ້າງຊີວິດ, ສາດສະໜາອັນດີງາມ.