ການນຳສປປເກົາຫຼີກິມຈົງອຸນກວດກາການຊ້ອມຮົບກອງທັບອາກາດ

ການນຳສປປເກົາຫຼີກິມຈົງອຸນກວດກາການຊ້ອມຮົບກອງທັບອາກາດ - ảnh 1
ທ່ານ ກິມຈົງ​ອຸນ ​ໄດ້​ລົງກວດ​ກາ​ການ​ຊ້ອມ​ຮົບ​ກອງທັບ​ອາກາດ​
(ພາບ: KCNA)

(vovworld) - ວັນ​ທີ 21/02, ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ (KCNA) ​ໃຫ້ຂ່າວ​ວ່າ: ການ​ນຳ ສປປ ​ເກົາຫຼີ ທ່ານ ກິມຈົງ​ອຸນ ​ໄດ້​ລົງກວດ​ກາ​ການ​ຊ້ອມ​ຮົບ​ກອງທັບ​ອາກາດ​ຂອງ​ປະ​ເທດ​ນີ້. KCNA ​ໃຫ້​ຮູ້​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ຊ້ອມ​ຮົບກ່ຽວ​ກັບການບຸກ​ໂຈມ​ຕີ ​ແລະ ປ້ອງ​ກັນ​ລະຫວ່າງກົມ​ກອງ​​ໃຫຍ່​ຂອງ​ກອງທັບ​ປະຊາຊົນ ສປປ ​ເກົາຫຼີ (KPA) ​ໄດ້​ປະຕິບັດ​ພ້ອມ​ກັນ​ຕາມ 3 ທິດ​ແຕກ​ຕາງ​ກັນ ​​ແນ​ໃສ່​ເພີ່ມ​ທະວີ​ການ​ກຽມພ້ອມ​ສູ້​ຮົບ ​ເພື່ອ​ປົກ​ປັກ​ຮັກສາ ພຽງ​ຢາງ ຕໍ່​ບັນດາ​ການ​ບຸກ​ໂຈມ​ຕີ. ​ໃນ​ວັນ​ດຽວ​ກັນ, ສື່​ມວນ​ຊົນ ສປປ ​ເກົາຫຼີ ກໍ​ໃຫ້​ຂ່າວ​ການ​ນຳ ກິມຈົງ​ອຸນ ຍັງ​ລົງກວດ​ກາ​ໂດຍ​ບັງ​ເອີນການ​ຊ້ອມ​ຮົບດ້ານ​ການບິນ​ຂອງ​ກຳລັງປ້ອງ​ກັນ​ອາກາດ - ກອງທັບ​ອາກາດ​ຂອງ KPA ​ແຕ່​ບໍ່​ໃຫ້​ຮູ້​ການ​ເຄື່ອນ​ໄຫວ​ນີ້ ຈະ​ດຳ​ເນີນ​ໃນ​ເວລາ​ໃດ.

       

ຂ່າວ/ບົດ​ອື່ນ