ການນຳຫລາຍປະເທດອວຍພອນທ່ານ Joe Biden

(VOVWORLD) - ປະມຸກລັດຫລາຍທ່ານຂອງບັນດາປະເທດ ເອີລົບ ກໍ່ຄືສະຫະພາບ ເອີລົບ ລ້ວນແຕ່ສົ່ງຄຳອວຍພອນ ທ່ານ Joe Biden ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ.

ການນຳຫລາຍປະເທດອວຍພອນທ່ານ Joe Biden - ảnh 1 ທ່ານ Joe Biden ປະທານາທິບໍດີ ອາເມລິກາ ຄົນໃຫມ່

ພາບ: TTXVN

ທ່ານ ນາຍົກລັດຖະມົນຕີ ການາດາ Justin Trudeau ແມ່ນຫນຶ່ງໃນບັນດາການນຳໂລກທຳອິດ ສົ່ງຄຳອວຍພອນເຖິງທ່ານ Joe Biden. ໃນສື່ສັງຄົມອອນລາຍ Twitter , Justin Trudeau ໄດ້ຂຽນວ່າ: “ຂໍອວຍພອນທ່ານ Joe Biden ແລະ ທ່ານນາງ  Kamala Harris. ສອງປະເທດພວກເຮົາແມ່ນເພື່ອນມິດ, ຄູ່ຮ່ວມມື ແລະ ພັນທະມິດໃກ້ຊິດສະຫນິດສະຫນົມ. ພວກເຮົາມີສາຍພົວພັນພິເສດໃນເວທີສາກົນ. ຂ້າພະເຈົ້າລໍຄອຍໄດ້ຮ່ວມມື ແລະ ສ້າງສາຍພົວພັນນັ້ນພ້ອມກັບສອງທ່ານ.     

  ໃນຂະນະນັ້ນ ປະທານາທິບໍດີ ໂກລົມບີ Ivan Duque ອວຍພອນໃຫ້ທ່ານ Joe Biden ແລະ ທ່ານນາງ  Kamala Harris ປະສົບຜົນສຳເລັດໃນອາຍຸການຈະມາເຖິງ ແລະ ໃຫ້ຮູ້ວ່າ: ໂກລົມບີ ຈະສືບຕໍ່ຮ່ວມມືກັບ ອາເມລິກາ ເພື່ອເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືລວມໃນບັນດາຂົງເຂດ ການຄ້າ, ສິ່ງແວດລ້ອມ, ຄວາມໝັ້ນຄົງ ແລະ ການຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ.

ນອກນັ້ນ ປະມຸກລັດຫລາຍທ່ານຂອງບັນດາປະເທດ ເອີລົບ ກໍ່ຄືສະຫະພາບ ເອີລົບ ລ້ວນແຕ່ສົ່ງຄຳອວຍພອນ ທ່ານ Joe Biden ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ.

ປະທານາທິບໍດີ ສເກົາຫລີ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສົ່ງຄຳອວຍພອນມາຍັງທ່ານ Joe Biden ແລະ ປາດຖະຫນາຢາກສືບຕໍ່ຮ່ວມມືກັບລັດຖະບານໃຫມ່ຢູ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ