ການນຳຫວຽດນາມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລັດເຊຍ Medvedev

ການນຳຫວຽດນາມ ຕ້ອນຮັບທ່ານນາຍົກລັດຖະມົນຕີ   ລັດເຊຍ Medvedev - ảnh 1
ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ ຫວຽດນາມ Nguyen Phu Trong ​ໄດ້​ຕ້ອນຮັບ​ທ່ານ​  Medvedev ນາຍົກລັດຖະມົນຕີ ລັດ​ເຊຍ
ພາບ:internet

(vovworld) -  ຕອນ​ບ່າຍ​ວັນ​ທີ 7/11, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ ຫວຽດນາມ Nguyen Phu Trong ​ໄດ້​ຕ້ອນຮັບ​ທ່ານ​  Medvedev ນາຍົກລັດຖະມົນຕີ ລັດ​ເຊຍ, ປະທານ​ພັກ​ປະ​ເທດ​ລັດ​ເຊຍ​ເອກະ​ພາບ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​  Medvedev ​ໃນ​ການ​ຜັນ​ຂະຫຍາຍ​ປະສິດທິ​ຜົນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ເລ​ຂາ​ທິການ​ໃຫຍ່ Nguyen Phu Trong ປາດ​ຖະຫນາ​ຢາກ​ໃຫ້ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ປະ​ເທດ​ລັດ​ເຊຍ​ເອກະ​ພາບ ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ ​  Medvedev ຢືນຢັນ​ວ່າ: ສະຫະພັນ​ລັດ​ເຊຍ ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຕົ້ນຕໍ​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ສະຫະພັນ​ລັດ​ເຊຍ ຕັດສິນ​ໃຈ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານກັບ ຫວຽດນາມ, ​ເປັນ​ຕົ້ນ​ແມ່ນໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ສຶກສາ, ວິທະຍາສາດ -​ເຕັກນິກ​ ​ແລະ ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ກໍ​ຄື​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ພັກ​ປະ​ເທດ​ລັດ​ເຊຍ​ເອກະ​ພາບ ​ແລະ ພັກ​ກອມ​ມູນິດ ຫວຽດນາມ. ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ​ໄດ້​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ ​  Medvedev. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​​ໄດ້​ຢືນຢັນ​ວ່າການ​ຢ້ຽມຢາມ ຫວຽດນາມ ​ຂອງ​ທ່ານນາຍົກລັດຖະມົນຕີ ​  Medvedev  ​ແມ່ນ​ເຫດການ​ການ​ເມືອງ​ສຳຄັນ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ທີ່​ບັນລຸ​ໄດ້ ​ແລະ ວາງ​ອອກ​ບັນດາ​ມາດ​ຕະການ​ລະອຽດ​ເພື​່ອຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່​ວມມື​ຍຸດ​ທະ​ສາດ​ຮອບດ້ານ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເມື່ອ​ເດືອນ 7/2012.

 

 

 

 

ຂ່າວ/ບົດ​ອື່ນ