ການນຳຫວຽດນາມ ຕ້ອນຮັບເຈົ້າກົກ ເຈົ້າເຫຼົ່າ, ຜູ້ມີອິດທິຜົນຊື່ສຽງ ແຂວງກວາງນາມ

ການນຳຫວຽດນາມ ຕ້ອນຮັບເຈົ້າກົກ ເຈົ້າເຫຼົ່າ, ຜູ້ມີອິດທິຜົນຊື່ສຽງ ແຂວງກວາງນາມ - ảnh 1
ທີ່ການຕ້ອນຮັບ​ຄະນະ​ຜູ້​ແທນ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ,
ຜູ້​ທີ່ມີ​ອິດທິຜົນ​ຊື່​ສຽງແຂວງ​ກວາງ​ນາມ
(ພາບ: VGP)


(vovworld) -     ຕອນ​ບ່າຍ​ວັນ​ທີ 27/9, ຢູ່​ຫ້ອງ​ວ່າການ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ໃຫ້​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ຜູ້​ທີ່ມີ​ອິດທິຜົນ​ຊື່​ສຽງ​​ຂອງ​ວົງ​ຄະນະ​ຍາດ​ເຜົ່າ​ສ່ວນ​ໜ້ວຍ​ໃນ​ບໍລິ​ເວັນ​ແຂວງ​ກວາງ​ນາມ 20 ທ່ານ, ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມ​ຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ຢືນຢັນ​ວ່າ ຍາມ​ໃດ​ພັກ, ລັດ ກໍ​ເອົາ​ໃຈ​​ໃສ່​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ທາງ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ ​ຊົນເຜົ່າ​ສ່ວນໜ້ວຍ​ໃນທ່ົວປະ​ເທດ​ເວົ້າ​ລວມ ​ແລະ ຢູ່​ແຂວງ​ກວາງ​ນາມ​ເວົ້າ​ສະ​ເພາະ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ຊີ້​ແຈ້ງວ່າ ບັນດາເຈົ້າ​ກົກ​ເຈົ້າ​ເຫຼົ່າ, ຜູ້​ມີ​ອິດທິຜົນ​ຊື່​ສຽງ ​ແມ່ນ​ປັດ​ໃຈ​ຕັ້ງໜ້າ​ໃນ​ການ​ເຜີຍ​ແຜ່​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ​ເຖິງ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ຖື​ວ່າ ​ໃນ​ໄລຍະ​ຈະມາ​ເຖິງ, ​ແຂວງ​ກວາງ​ນາມ​ຄວນ​ສືບ​ຕໍ່​ຍູ້​ແຮງ​​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັດ​ແຄບ​ຊ່ອງ​ຫວ່າງຜູ້​ຮັ່ງມີ ​ແລະ ຄົນທຸກ​ຍາກ ​ແລະ ລະຫວ່າງ​ບັນດາ​ເຂດ​​ເທື່ອ​ລະ​ກ້າວ​ກ້າວ.

ຂ່າວ/ບົດ​ອື່ນ