ການນຳຫວຽດນາມ ສົ່ງໂທລະເລກ ອວຍພອນເຖິງທ່ານ Raul Castro Ruz

ການນຳຫວຽດນາມ ສົ່ງໂທລະເລກ ອວຍພອນເຖິງທ່ານ Raul Castro Ruz - ảnh 1
ທ່ານ Raul Castro Ruz, ​ເລຂາ​ທີ​ໜຶ່ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກຸຍ​ບາ
(ພາບ: AFP)
(vovworld) -  ເນື່ອງ​​ໃນ​ໂອກາດ​ທ່ານ Raul Castro Ruz, ​ເລຂາ​ທີ​ໜຶ່ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກຸຍ​ບາ, ປະທານ​ສາ​ພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີປະ​ເທດສ.ກຸຍ​ບາ ​ສືບ​ຕໍ່ໄດ້​ຮັບການ​ເລືອກ​ຕັ້ງຈາກ​ສະພາ​ແຫ່ງ​ຊາດ​ອຳນາດ​ການ​ປົກຄອງ​ປະຊາຊົນ​​ໃຫ້​ດຳລົງ​ຕຳ​ແໜ່​ງເປັນ​ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ ສ.ກຸຍ​ບາ ອາຍຸ​ການ 2013 – 2018. ວັນ​ທີ 25/02/2013, ທ່ານ​ປະທານ​ປະ​ເທດຫວຽດນາມ​ ​ເຈືອງ​ເຕີ​ນຊາງ ​ແລະ ທ່ານ​ນາ​ຍົກ​ລັດ​ຖະມົນ​ຕີ ຫງວຽນ​​ເຕີນ​ຢຸງ ​ໄດ້​ສົ່ງໂທລະ​ເລກ​ອວຍພອນ​ເຖິງ​ທ່ານ Raul Castro Ruz. ​ແລະ​ກໍ​ໃນ​ວັນດ່ຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່​ງຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ກໍສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ​ທ່ານ Estenban Lazo, ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນປະທານ​ສະພາ​ແຫ່ງ​ຊາດ​ອຳນາດ​ການ​ປົກຄອງ​ປະຊາຊົນ​ແຫ່ງ​ສ.ກຸຍ​ບາ.
ຂ່າວ/ບົດ​ອື່ນ