ການນຳຫວຽດນາມ ໂທລະເລກ ຢື້ຢາມຖາມຂ່າວກຸຍບາ ແລະ ຮາອີຕີ

ການນຳຫວຽດນາມ ໂທລະເລກ ຢື້ຢາມຖາມຂ່າວກຸຍບາ ແລະ ຮາອີຕີ - ảnh 1
(​​ພະຍຸ Sandy ກໍ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໃຫ້​ແກ່ປະຊາຊົນກຸຍ​ບາ)

(vovworld) -     ​​ໂດຍ​ໄດ້​ຮັບ​ຂ່າວ​​ພະຍຸ Sandy ​ໄດ້ທຳລາຍ ​ແລະ​ ກໍ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໃຫ້​ແກ່ປະຊາຊົນກຸຍ​ບາ ​ແລະ ສ.ຮາ​ອີ​ຕີ, ວັນ​ທີ 29/10, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ທ່ານ​ນາຍົກລັ​ດຖະມົນຕີ Nguyen Tan Dung ​ໄດ້​ສົ່ງ​ໂທລະ​ເລກຢື້ຢາມ​ຖາມ​ຂ່າວ​ເຖິງ​ທ່ານ​ເລຂາ​ທີ​ໜຶ່ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກຸຍ​ບາ, ປະທານສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະທະ​ມົນຕີກຸຍ​ບາ Raul Castro Ruz; ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້ສົ່ງ​ໂທລະ​ເລກຢື້ຢາມ​ຖາມ​ຂ່າວ​ເຖິງ​ທ່ານ​ປະທານາທິບໍດີ​ຮາ​ອີ​ຕີ Joseph Michel Martelly ​ແລະ ທ່ານ​ນາຍົກລັດຖະມົນ​ຕີ ຮາ​ອີ​ຕີ Laurent Salvador Lamothe.

ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​ໄດ້​ສົ່ງ​​ໂທ​ລະ​ເລກ​ຢື້ຢາມ​ຖາມ​ຂ່າວ​ເຖິງ​ທ່ານ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດສ.ກຸຍ​ບາ ​ແລະ ສ.ຮາ​ອີ​ຕີ ​ເຊັນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ