ການນຳຫວຽດນາມພົບປະກັບຜູ້ມີສິດເລືອກຕັ້ງ

ການນຳຫວຽດນາມພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງນະ​ຄອ​ນ​ຫາຍ​ຟ່ອງ
ພາບ:internet

(vovworld)- ​ ​ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທ​ີ 3/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ຫາຍ​ຟ່ອງ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ເມືອງ​ ກຽນ​ອານ. ທີ່​ການ​ພົບ​ປະ, ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຍົກ​ໃຫ້​ເຫັນ​ຫລາຍ​ຂໍ້​ສະ​ເຫນີ​ຄື: ຊຸກ​ຍູ້​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດກວ່າ​ອີກ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ​, ຜືນ​ແຜນ​ດິນ​ຂອງ​ປະ​ເທດ​ຊາດ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໃຫ້​ດີກວ່າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ແຈ້ງ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ​ນະ​ຄອນ ຫາຍ​ຟ່ອງ ສືບ​ຕໍ່​ເອົາ​ໃຈ​ໃສ່ ດຶງ​ດູດ​ແຫລ່ງ​ກຳ​ລັງ​ໃຫ້​ແກ່​ການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ​ສັງ​ຄົມ.

ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ ແລະ ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຮີ່ງງອກ​ເຊີນ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ຮ່າ​ຕິງ ແລະ ດາ​ຫນັງ.

ທີ່​ການ​ພົບ​ປະ​ກັບ​ນະ​ຄອນ ຮ່າ​ຕິງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ​ສະ​ເຫນີ ແຂວງ ຮ່າ​ຕີ້ງ ແລະ ເມືອງ ເກີມ​ຊວຽນ ສືບ​ຕໍ່​ກວດ​ກາ ແລະ ເພີ່ມ​ທະ​ວີ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ນະ​ໂຍ​ບາຍ​ທີ່​ມີ​ຕໍ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ.

ສ່ວນ​ທີ່​ການ​ພົບ​ປະ​ກັບ​ນະ​ຄອນ ດາ​ຫນັງ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮີ່ງງອກ​ເຊີນ ແລະ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ດາ​ຫນັງ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບັນ​ດາ​ເມືອງ ຫາຍ​ເຈົາ, ແທງ​ເຄ, ເຊີນ​ຈ່າ ແລະ ເກີມ​ເລ້. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ: ທີ່ກອງ​ປະ​ຊຸມ​ຄັ້ງ​ຈະ​ມາ​ເຖິງ, ສະ​ພາ​ແຫ່ງ​ຊາດ ຈະ​ປຶກ​ສາ​ຫາ​ລື ຮ່າງ​ກົດ​ໝາຍ 30 ສະ​ບັບ ແລະ ຮັບ​ຮ​ອງ​ເອົາ​ຮ່າງ​ກົດ​ໝາຍສຳ​ຄັນ 17 ສະ​ບັບ.

 

 

ຂ່າວ/ບົດ​ອື່ນ