ການນຳອາເມລິກາ,ຢູແກຼນໂອ້ລົມທາງໂທລະສັບກ່ຽວກັບຄວາມເຄັ່ງຕຶງຢູ່ພາກຕາເວັນອອກຢູແກຼນ
ທະຫານ ຢູແກຼນ (ພາບປະກອບ)
(vovworld) - ວັນທີ 19/08 ທຳນຽບຂາວໃຫ້ຮູ້ວ່າ: ທ່ານຮອງປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ຢູແກຼນ Petro Poroshenko ມີການໂອ້ລົມທາງໂທລະສັບກ່ຽວກັບສະພາບການປະທະກັນຢູ່ພາກຕາເວັນອອກ ຢູແກຼນ ໃນໄລຍະມໍ່ໆມານີ້, ໃນສະພາວະຄວາມເຄັ່ງຕຶງພວມເພີ່ມຂຶ້ນລະຫວ່າງ ມົດສະກູ ແລະ Kiev. ຕາມປະກາດຂອງທຳນຽບຂາວແລ້ວ, ການນຳ 2 ທ່ານໄດ້ “ສະແດງຄວາມວິຕົກກັງວົນຕໍ່ສະພາບການປະທະກັນທີ່ເພີ່ມຂຶ້ນຢ່າງແຮງ ໃນໄລຍະມໍ່ໆມານີ້ ຢູ່ພາກຕາເວັນອອກ ຢູແກຼນ”, ເນັ້ນໜັກເຖິງສະພາບການລະເມີດຄຳສັ່ງຢຸດຍິງຈາກຝ່າຍກຳລັງທວງເອົາເອກະລາດຢູ່ທີ່ນີ້ ໃນລະດັບສູງສຸດນັບແຕ່ປີ 2015. ການນຳ 2 ທ່ານຢືນຢັນຄືນໃໝ່ວ່າ: ຈຳເປັນຕ້ອງມີມາດຕະການການເມືອງ ແລະ ການທູດໃຫ້ແກ່ການປະທະກັນ ໂດຍຜ່ານເລື່ອງທຸກຝ່າຍປະຕິບັດຂໍ້ຕົກລົງ Minsk ເຊິ່ງໄດ້ຮັບການລົງນາມໃນເດືອນກຸມພາປີ 2015 ຢ່າງຄົບຖ້ວນ.