ການນຳແນວໂຮມປະເທດຊາດຢ້ຽມຢາມປະຊາຊົນທີ່ຖືກຜົນສະທ້ອນຍ້ອນຝົນຕົກນ້ຳແກ່ງຢູ່ແຂວງດ້ຽນບຽນ

(VOVWORLD) - ທ່ານ ເຈິ່ນແທງເມີນ ໄດ້ມອບຂອງຂັວນໜູນຊ່ວຍໃຫ້ 10 ຄອບຄົວທຸກຍາກຖືກຜົນສະທ້ອນຍ້ອນໄພທຳມະຊາດຝົນຕົກນ້ຳແກ່ງຜ່ານມາ, ດ້ວຍຄວາມປາຖະໜາຢາກໃຫ້ບັນດາຄອບຄົວດັ່ງກ່າວ ຜ່ານຜ່າຄວາມຫຍຸ້ງຍາກ, ມານະພະຍາຍາມບືນຕົວຂຶ້ນ ເພື່ອໃຫ້ມີຊີວິດເປັນປົກກະຕິ.
ການນຳແນວໂຮມປະເທດຊາດຢ້ຽມຢາມປະຊາຊົນທີ່ຖືກຜົນສະທ້ອນຍ້ອນຝົນຕົກນ້ຳແກ່ງຢູ່ແຂວງດ້ຽນບຽນ - ảnh 1ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເມີນ ມອຍຂອງຂວັນໃຫ້ບັນດາຄອບຄົວທຸກຍາກເຂດນ້ຳຖ້ວມ

ວັນທີ 7 ກັນຍາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເມີນ, ຫົວໜ້າຄະນະກູ້ຊ່ວຍສູນກາງ, ໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈ ແລະ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ຕາແສງເມືອງຟັງ, ເມືອງດ້ຽນບຽນ, ແຂວງດ້ຽນບຽນ ທີ່ຖືກຜົນເສຍຫາຍກ່ຽວກັບຊີວິດ ແລະ ຊັບສິນ ຍ້ອນຝົນຕົກນ້ຳແກ່ງ, ນ້ຳຖ້ວມ, ດິນເຊາະເຈື່ອນຜ່ານມາ. ນະທີ່ນີ້, ທ່ານ ເຈິ່ນແທງເມີນ ໄດ້ມອບຂອງຂັວນໜູນຊ່ວຍໃຫ້ 10 ຄອບຄົວທຸກຍາກຖືກຜົນສະທ້ອນຍ້ອນໄພທຳມະຊາດຝົນຕົກນ້ຳແກ່ງຜ່ານມາ, ດ້ວຍຄວາມປາຖະໜາຢາກໃຫ້ບັນດາຄອບຄົວດັ່ງກ່າວ ຜ່ານຜ່າຄວາມຫຍຸ້ງຍາກ, ມານະພະຍາຍາມບືນຕົວຂຶ້ນ ເພື່ອໃຫ້ມີຊີວິດເປັນປົກກະຕິ. ທ່ານ ເຈິ່ນແທງເມີນ ຖືວ່າ ອຳນາດການປົກຄອງຕາແສງເມືອງຟັງ ເອົາໃຈໃສ່ເຖິງການວາງແຜນ, ເປັນຕົ້ນແມ່ນບັນດາເຂດມີຄວາມສ່ຽງໄພຈະເກີດນ້ຳແກ່ງ, ນ້ຳຖ້ວມ, ດິນເຊາະເຈື່ອນ ເພື່ອຮັບປະກັນຊີວິດອິນຊີໃຫ້ແກ່ປະຊາຊົນ. ເລື່ອງກໍ່ສ້າງຖິ່ນຖານຄືນໃໝ່ ຄວນສຳຫຼວດຢ່າງລະອຽດ, ເໝາະສົມກັບແຜນຜັງລວມຂອງແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ