ການບຸກໂຈມຕີກໍ່ການຮ້າຍຢູ່ສະໜາມບິນປາກິດສຖານ

ການບຸກໂຈມຕີກໍ່ການຮ້າຍຢູ່ສະໜາມບິນປາກິດສຖານ - ảnh 1
(ພາບປະກອບ: Reuters)

(vovworld) – ວັນ​ທີ 30/08, ວົງ​ການ​ເຈົ້າ​ໜ້າ​ທີ່​ປາ​ກິດສຖານ ​​ໃຫ້​ຮູ້​ວ່າ, ບັນດາ​ພາກສ່ວນ​ກໍ່ການ​ຮ້າຍ​ປະກອບ​ອາວຸດ ​ໄດ້​ບຸກ​ໂຈມ​ຕີ​ລະບົບ​ຣາດາ ຂອງ​ສະໜາມ​ບິນ​ແຫ່ງ​ໜຶ່ງ​ຢູ່​ແຂ​ວງ Balochistan, ທາງທິດຕາ​ເວັນ​ຕົກ​ພາກ​ໃຕ້ຂອງ​ປະ​ເທດ​ນີ້ ​ແລະ ​ເຂັ່ນ​ຂ້ານັກ​ວິ​ສາວະ​ກອນການ​ບິນຄົນ​ໜຶ່ງ. ​ເຫ​ດການ​ເກີດ​ຂື້ນຢູ່​ສະໜາມ​ບິນ Jiwani, ​ແຂວງ Balochistan. ບັນດາ​ມືປືນຍັງ​ລອກ​ຈັບ​ຕົວ​ເຈົ້າ​ໜ້າ​ທີ່​ຄຸ​້ມຄອງ​ສະໜາມ​ບິນ ​ແລະ ​ເຮັດ​​ໃຫ້ 1 ຄົນ​ຮັບ​ບາດ​ເຈັບ. ປະຈຸ​ບັນ ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ກ່າວ​ຮັບ​ຜິດຊອບ​ດຳ​​ເນີນ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ. ​ແຕ່​ວ່າ, ບັນດາ​​ເຈົ້າ​ໜ້າ​ທີ່​ຖື​ວ່າ, ຕົວ​ການ​​ໃນ​ບັນດາ​ເຫດການທີ່​ຄ້າຍຄື​ກັນ​ແມ່ນ​ພາກສ່ວນ​ລຸກ​ຮື້​ຂຶ້ນ​ຕ້ານ​ລັດຖະບານ​ຢູ່ Balochistan.

ຂ່າວ/ບົດ​ອື່ນ