ການບໍລິຈາກເລືອດຄັ້ງທີ 8 ວາງຄາດໝາຍບັນລຸຜູ້ບໍລິຈາກໃຫ້ໄດ້ 600.000 ຄົນ

(VOVWORLD) -ວັນທີ 06 ມິຖຸນາ, ໄດ້ເລີ່ມເຄື່ອນໄຫວການບໍລິຈາກເລືອດຄັ້ງທີ 8. ນີ້ແມ່ນລາຍການຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ.

ຫົວຂໍ້ຂອງການບໍລິຈາກເລືອດໃນປີນີ້ແມ່ນ “ເຊື່ອມຕໍ່ສາຍເລືອດຫວຽດ” ຖືກດຳເນີນແຕ່ວັນທີ 06 ມິຖຸນາຫາວັນທີ 08 ສິງຫາ ຢູ່ 42 ແຂວງ, ນະຄອນ. ຄາດວ່າ, ຄະນະຈັດຕັ້ງຈະໄດ້ຮັບເລືອດຢ່າງໜ້ອຍສຸດແມ່ນ 40.000 ຖົງໃນຊຸມມື້ທາງການ ແລະ ໜ້ອຍສຸດແມ່ນ 50.000 ຖົງໃນຊຸມມື້ສະໜັບສະໜູນ.

        ການບໍລິຈາກເລືອດປີນີ້ໄດ້ວາງຄາດໝາຍໂຄສະນາ ແລະ ໃຫ້ຄຳປຶກສາແກ່ 600.000 ເທື່ອຄົນກ່ຽວກັບການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແລະ Thalassemia (ພະຍາດເລືອດລະລາຍນັບແຕ່ເກີດ); ເປີດກວ້າງເປົ້າໝາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ໄດ້ຮັບເລືອດເປັນຈຳນວນຫຼາຍ, ປະກອບສ່ວນແກ້ໄຂສະພາບຂາດເລືອດໃນໂອກາດລະດູຮ້ອນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ