ການບໍລິຈາກເລືອດອາສາສະໝັກຢູ່ແຂວງເທື່ອທຽນເຫ້ວ 2019

(VOVWORLD) -ນີ້ແມ່ນເທື່ອທີ 3 ແຂວງ ເທື່ອທຽນ - ເຫ້ວ ຈັດຕັ້ງການເຄື່ອນໄຫວນີ້ ແລະ ໄດ້ດຶງດູດຜູ້ເຂົ້າຮ່ວມບໍລິຈາກເລືອດເປັນຈຳນວນຫຼວງຫຼາຍ.

ການບໍລິຈາກເລືອດອາສາສະໝັກຢູ່ແຂວງເທື່ອທຽນເຫ້ວ 2019 - ảnh 1 ວັນບຸນບໍລິຈາກເລືອດ “ຢາດເລືອດແດງເຂດດິນແດນເຫ້ວ”

(ພາບ: TTXVN)

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ສູນເລືອດສາດ ແລະ ສົ່ງເລືອດເຂດເຫ້ວ (ໂຮງໝໍສູນກາງເຫ້ວ, ເທື່ອທຽນ - ເຫ້ວ), ຄະນະຈັດຕັ້ງລາຍການບໍລິຈາກເລືອດສູນກາງ ໄດ້ສົມທົບກັບຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດອາສາສະໝັກແຂວງເທື່ອທຽນ - ເຫ້ວ ໄດ້ຈັດຕັ້ງວັນບຸນບໍລິຈາກເລືອດ “ຢາດເລືອດແດງເຂດດິນແດນເຫ້ວ”. ນີ້ແມ່ນເທື່ອທີ 3 ແຂວງ ເທື່ອທຽນ - ເຫ້ວ ຈັດຕັ້ງການເຄື່ອນໄຫວນີ້ ແລະ ໄດ້ດຶງດູດຜູ້ເຂົ້າຮ່ວມບໍລິຈາກເລືອດເປັນຈຳນວນຫຼວງຫຼາຍ. ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານຮອງເລຂາຜູ້ປະຈຳການຄະນະພັກແຂວງເທື່ອທຽນ - ເຫ້ວ ບຸ່ຍແທງຮ່າ, ໃຫ້ຮູ້ວ່າ, ລາຍການນີ້ມີຄວາມໝາຍມະນຸດສະທຳອັນສູງສົ່ງ, ສະແດງໃຫ້ເຫັນຈິດໃຈມະນຸດສະທຳ, ຮັກແພງມະນຸດດ້ວຍກັນຂອງປະຊາຊົນແຂວງເທື່ອທຽນ - ເຫ້ວ.

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງກໍ່ໄດ້ມອບຂອງຂວັນ 18 ພູດໃຫ້ຄົນເຈັບທຸກຍາກທີ່ພວມປິ່ນປົວຢູ່ພະແນກສົ່ງເລືອດ ຂຶ້ນກັບສູນເລືອດສາດ ແລະ ສົ່ງເລືອດໂຮງໝໍສູນກາງເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ