ການປະຊຸມຂອງເຈົ້າໜ້າທີ່ ຂັ້ນສູງອາຊຽນ-ຈີນ

ການປະຊຸມຂອງເຈົ້າໜ້າທີ່ ຂັ້ນສູງອາຊຽນ-ຈີນ - ảnh 1

ຫວຽດນາມ​ເຂົ້າຮ່ວມກອງປະຊຸມ​ເຈົ້າໜ້າ​ທີ່​ຂັ້ນສູງອາ​ຊຽນ-ຈີນ

 (ພາບ: dnrtv.org.vn)

(vovworld)-​​​​ ​ໃນ​ວັນ​ທີ 14-15/9, ຢູ່​ນະຄອນ​ຊູ​ເຈົາ ປະ​ເທດ​ຈີນ, ​ໄດ້​ຈັດ​ໃຫ້​ມີ​ການ​ປະຊຸມ​ຄັ້ງທີ 6 ​ເຈົ້າໜ້າ​ທີ່​ຂັ້ນສູງ (SOM) ອາ​ຊຽນ-ຈີນ ​ແລະ ການ​ປະຊຸມ​ຄັ້ງທີ 9 ກຸ່ມ​ປະຕິບັດ​ງານ​ລວມອາ​ຊຽນ-ຈີນ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ຖະ​ແຫຼ​ງການ​ກ່ຽວ​ກັບການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ທ່ານ​ຟ້າ​ມກວາງ​ວິ​ງ, ຮອງ ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ, ຫົວໜ້າ​ຄະນະ ເຈົ້າໜ້າ​ທີ່​ຂັ້ນສູງອາ​ຊຽນ ຂອງ​ຫວຽດນາມ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ. ໜ້າ​ເອົາ​ໃຈ​ໃສ່​ແມ່ນ ທີ່​ກອງ​ປະຊຸມ​ຄັ້ງນີ້, ອາ​ຊຽນ ​ແລະ ຈີນ ​ໄດ້ດຳ​ເນີນ​ການ​ທາ​ບທາມ​ຄຳ​ເຫັນ​ທາງ​ການ​ເປັນຄັ້ງທຳ​ອິດ​ຢູ່ຂັ້ນ SOM ກ່ຽວ​ກັບ​ການ​ສ້າງ​ຂໍ້​ກຳນົດ​ການ​ປະພຶດ ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ອາ​ຊຽນ ​ແລະ ຈີນ ​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ DOC ​ແລະ ຢືນຢັນ​ຄຳໝັ້ນສັນຍາ​ສື​ບຕໍ່​ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ. ຝ່າຍ​ຕ່າງໆ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ ການ​ທາ​ບທາມ​ຄຳ​ເຫັນ​ລະຫວ່າງ​ສອງ​ຝ່າຍ ​ແລະ ​ໄດ້​ຮັບ​ຮອງ​ເອົາ​​ແຜນການ​ປະຕິບັດ​ງານ​ປະຕິບັດ DOC ​ໃຫ້​ແກ່​ປີ 2013-2014 ດ້ວຍ​ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ແຜນການ​ປະຊຸມ​ຂັ້ນ SOM ​ແລະ ກຸ່ມ​ປະຕິບັດ​ງານ​ຮ່ວມ…​ປະ​ເທດ​ຕ່າງໆ​​ຕີ​ລາຄາ​ວ່າ: ການ​ປະຊຸມທາ​ບທາມ​ຄຳ​ເຫັນ​ທາງ​ການ​ເປັນຄັ້ງທຳ​ອິດ​ກ່ຽວ​ກັບ COC ​ໃນ​ຂັ້ນ SOM ອາ​ຊຽນ-ຈີນ ​ແມ່ນ​ການ​ເລີ່​ມຕົ້ນອັນຕັ້ງໜ້າ ​ແລະ ມີ​ຄວາມ​ໝາຍ.

   ກ່ຽວ​ກັບ​ແງ່​ຫວັງ​ແຫ່ງ​ການ​ເຈລະຈາ COC ລະ​ຫວ່າງ ອາ​ຊຽນ-ຈີນ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ຟ້າ​ມກວາງ​ວິ​ງ, ຮອງລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຕີ​ລາຄາ​ວ່າ:

   “ບັນຫາຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ວິວັດ​ການ​ທີ່​ບໍ່​ງ່າຍດາຍ. ສະນັ້ນ, ປະຕິບັດ​ຂໍ້​ກຳນົດ​ການ​ປະພຶດ COC ດ້ວຍ​ວິທີ​ສຳ​ພັດ​ຄື​ຂອງ​ອາ​ຊຽນກໍ່​ບໍ່​ແມ່ນ​​ເລື່ອງທີ່​ບໍ່​ງ່າຍດາຍ​ເຊັ່ນ​ດຽວ​ກັນ. ສະນັ້ນ, ນີ້​ຈະ​ແມ່ນ​ວິວັດ​ການ​ຍາວ​ນານ ​ແລະ ​ແນ່ນອນ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຍັງ​ຕ້ອງ​ສືບ​ຕໍ່​ແບ່ງປັນ​ນຳ​ກັນ, ​ເຮັດ​ແນວ​ໃດ​ຮັບປະກັນ​ໃຫ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມໝັ້ນຄົງ​ໃນ​ການ​ເດີນ​ທະ​ເລ ກໍ່​ຄື​ການ​ປະຕິບັດ​ກົດໝາຍ​ສາກົນ​ໃຫ້​ເປັນ​ຢ່າງ​ດີ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າຖືກ​ວ່າ, ຖ້າ​ຫາກ​ວ່າ​ຝ່າຍ​ຕ່າງໆ​ມີຄວາມແບ່ງປັນກັນ ຈະ​​ເປັນ​ການ​ຮັບປະກັນ​ໃຫ້​ແກ່​ສັນ​ຕິ​ພາບ, ຄວາມ​ສະຫງົບປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຖ້າ​ຫາກມີ​ຄວາມ​ຕັດສິນ​​ຈະ​ມີ​ຄວາມ​ຄຶບໜ້າ ​ເຖິງ​ວ່າ​ວິວັດ​ການ​ນີ້​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ສັບສົນ

 

 

ຂ່າວ/ບົດ​ອື່ນ