ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽນາມ ວູ້ດຶກດາມ ຕອບສຳພາດນັກຂ່າວ ( ພາບ: baodientuchinhphu) |
Vovworld- ໃນການປະຊຸມຂ່າວນັດສາມັນເດືອນ 11 ຂອງລັດຖະບານເມື່ອວັນທີ 29/11, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽນາມ ວູ້ດຶກດາມ ໄດ້ລາຍງານສະພາບເສດຖະກິດສັງຄົມເດືອນ 11 ແລະ 11 ເດືອນຕົ້ນປີ.
ຕອບສຳພາດນັກຂ່າວກ່ຽວກັບໂຄງການເຂື່ອນໄຟຟ້ານ້ຳຕົກຢູ່ ແຂວງດົງນາຍ ແລະ ເຂື່ອນໄຟຟ້ານ້ຳຕົກຊົງແຈງເລກ 2, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽນາມ ວູ້ດຶກດາມ ຢືນຢັນວ່າ : ຍາມໃດ, ລັດຖະບານກໍມີທັດສະນະສະເໝີຕົ້ນສະເໝີປາຍກ່ຽວກັບການກໍ່ສ້າງບັນດາໂຄງການເຂື່ອນໄຟຟ້ານ້ຳຕົກ ແມ່ນຕ້ອງຖືຄວາມປອດໄພກ່ຽວກັບຊີວິດອີນຊີ, ຊັບສິນ, ປະສິດທິຜົນດ້ານເສດຖະກິດ, ສັງຄົມເໜືອກ່ວາສິ່ງໃດໝົດ. ກ່ຽວກັບໂຄງການເຂື່ອນໄຟຟ້ານ້ຳຕົກຊົງແຈງເລກ 2, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽນາມ ວູ້ດຶກດາມ ໃຫ້ຮູ້ວ່າ :
“ເຂື່ອນໄຟຟ້ານ້ຳຕົກນັ້ນ ໃຫ້ຜົນການຂຸດຄົ້ນຄືແນວໃດ, ສາມາດສະສົມນ້ຳເຖິງລະດົບສູງສຸດຫຼືພຽງແຕ່ຮອດລະດັບນ້ຳລົ້ນ, ຄວນອີງໃສ່ ແລະ ຕີລາຄາໂດຍພາວະວິໄສ. ເຖິງວ່າບັນດາອົງການທີ່ກ່ຽວຂ້ອງຕີລາຄາວ່າ ມີຄວາມປອດໄພກໍຕາມ, ແຕ່ນາຍົກລັດຖະມົນຕີຍັງຄົງສະເໜີເລືອກເອົາທີ່ປຶກສາສາກົນທີ່ມີອິດທິພົນຊື່ສຽງມາຊ່ວຍຕີລາຄາຄືນ. ອີງໃສ່ພື້ນຖານການຕີລາຄາ, ຈະໄປເຖິງຂໍ້ສະຫຼຸບສຸດທ້າຍ ”