ການປະຊຸມຂ່າວກ່ຽວກັບກອງປະຊຸມ WHO ເຂດຕາເວັນຕົກປາຊີຝີກ

ການປະຊຸມຂ່າວກ່ຽວກັບກອງປະຊຸມ WHO ເຂດຕາເວັນຕົກປາຊີຝີກ - ảnh 1
ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ WHO
(ພາບ: hanoimoi.com.vn)

(vovworld) -     ກອງ​ປະຊຸມ​ເຂດຕາ​ເວັນ​ຕົກປາຊີ​ຝີ​ກ ຄັ້ງ​ທີ 63 ຂອງ​ອົງການ​ອະນາ​ໄມ​ໂລກ (WHO) ​ໂດຍ​ຫວຽດນາມ ​ເປັນ​ເຈົ້າພາບ​ການຈັດ​ຕັ້ງ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/9, ຢູ່​ທີ່​ຮ່າ​ໂນ້ຍ. ນີ້​ແມ່ນ​ກອງ​ປະຊຸມທີ່​ມີ​ຂອບ​ຂະໜາດ​ໃຫຍ່​ ​ແລະ ສຳຄັນ​ທີ່​ສຸດກ່ຽວ​ກັບສາທາລະນະ​ສຸກ​ໃນ​ພາກ​ພື້ນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ນັບ​ຮ້ອຍ​ຄົນ ​ເຊິ່ງ​ແມ່ນ​ຜູ້ຕາງໜ້າ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ພາກ​ພື້ນ, ກອງ​ປະຊຸມ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂ​ອງບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອົງການ​​ອາຫານ ​ແລະ ການ​ກະ​ເສດ​ຂອງສະຫະ​ປະຊາ​ຊາດ (FAO), ກອງ​ທຶນ​ເດັກນ້ອຍ​ສະຫະ​ປະຊາ​ຊາດ (UNICEF) ​ແລະ ບັນດາ​ອົງການ​ຕ່າງໆ​ຂອງ​ສະຫະ​ປະຊາ​ຊາດ, ບັນດາ​ຄູ່​ຮ່ວມ​ມື​ໃຫຍ່​ຢູ່ໃນ​ໂລກ… ກອງ​ປະຊຸມ​ພາກ​ພື້ນເຂດ​ຕາ​ເວັນ​ຕົກປາຊີ​ຝີ​ກ ຄັ້ງ​ທີ 63 ຂອງ WHO ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ​ແລະ ​ແກ້​ໄຂ​ບັນ​ດາ​ບັນຫາ​ພົ້ນ​ເດັ່ນ​ຂອງ​ພາກ​ພື້ນ, ດ້ວຍ​ຈຸດໝາຍ​ເບິ່ງ​ແຍງ​ດູ​ແລ ​ແລະ ຍົກ​ສູງ​ສຸ​ຂະ​ພາບ​​ໃຫ້​ປະຊາຊົນ​ໃນ​ທົ່ວ​ພາກ​ພື້ນ ​ແລະ ປະກ​ອບສ່ວນ​ປະຕິບັດ​ບັນດາ​ຈຸດໝາຍ​ສາທາລະນະ​ສຸກ​ໃນ​ທົ່ວ​ໂລກ. ​ທີ່​ກອງ​ປະຊຸມ, ດ້ວຍ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ, ຫວຽດນາມ ຈະ​ຈັດ​ບັນດາ​ການ​ເຄື່ອນ​​ໄຫວ​ດ້ານ​ວິ​ຊາສະ​ເພາະ​ຢູ່​ນອກ​ກອງ​ປະຊຸມ, ​ເພື່ອ​ແນ​ໃສ່​ປຸກລະດົມ ​ແລະ ສົ່ງ​ຂໍ້​ມູນ​ຂ່າວ​ມຸ່ງ​ໄປ​ເຖິງ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​​ໃຫ້​ທົ່ວ​ປວງ​ຊົນ​ດ້ວຍ​ຫົວ​ຂ້ໍ “ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ຫວຽດນາມ ມຸ່ງ​ໄປ​ສູ່​ການ​ປະກັນ​ສຸຂະພາບ​ທົ່ວປວງ​ຊົນ ​ແລະ ກາລະ​ໂອກາດ​​ຮ່ວມ​ມື​ໃນ​ພາກ​ພື້ນ​ເພື່ອ​ບັນລຸ​ຜົນ​ສຳ​ເລັດ​ໂດຍ​ໄວ”. ທ່ານ​ນາງ Nguyen Thi Kim Tien, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ, ​ໃຫ້​ຮູ້​ວ່າ.

        “ນີ້​ແມ່ນ​ກອງ​ປະຊຸມ​​ຖືກຈັດ​ຂຶ້ນ​ເປັນ​ຄັ້ງທຳ​ອິດຢູ່​ຫວຽດນາມ, ​ເພາະ​ສະ​ນັ້ນ ​ໃນ​ທຸກ​ຫົວ​ເລື່ອງ​ຫວຽດນາມ ລ້ວນ​ແຕ່​ເຂົ້າ​ຮ່ວມ​ລາຍ​ງານ, ​ແບ່ງປັນ ​ແລະ ຖອດ​ຖອນເອົາ​ບົດຮຽນກັບ​ບັນດາ​ປະ​ເທດ. ພິ​ເສດ​ຫວຽດນາມ ຈະ​ເປັນ​ເຂົ້າ​ພາບ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ຂັ້ນ​ສູງ​ຢູ່​ນອກ​ກອງ​ປະຊຸມ ກ່ຽວ​ກັບ​ທິດ​ທາງ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ ​ແລະ ​​ເຊື້ອເຊີນ​ບັນດາ​ຜູ້​ຊ່ຽວຊານ​ຂອງ​ຄະນະ​ຜູ້​ແທນ ​ໄທ, ຍີ່ປຸ່ນ, ຈີນ, ສ.​ເກົາຫຼີ, ມາສະ​ເໜີ​ບົດຮຽນ​ຂອງ​ບັນດາ​ປະ​ເທດ​ທີ່​​ໄດ້​ປະຕິບັດ​ສຳ​ເລັດ​ ​ເພື່ອ​ແບ່ງປັນ.”

ຂ່າວ/ບົດ​ອື່ນ