ການປະຊຸມຂ່າວກ່ຽວກັບກອງປະຊຸມ ສຸດຍອດວິສາຫະກິດອາຊຽນ-ອີຢູ ຄັ້ງທີ 3
(ພາບປະກອບ:vietnam.vn)
(vovworld) - ກອງປະຊຸມສຸດຍອດວິສາຫະກິດອາຊຽນ-ອີຢູ ຄັ້ງທີ 3 ຈະຖືກດຳເນີນໄປໃນວັນທີ 8-9/3 ຢູ່ຮ່າໂນ້ຍ. ຂ່າວດັ່ງກ່າວຖືກຍົກອອກມາທີ່ການປະຊຸມຂ່າວຈັດຂຶ້ນໃນຕອນເຊົ້າວັນທີ 1/3 ຢູ່ຮ່າໂນ້ຍ. ນະທີ່ນີ້, ທ່ານຫວູຕຽນໂລກ, ປະທານຫ້ອງການອຸດສາຫະກຳ ແລະ ການຄ້າຫວຽດນາມ (VCCI) ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດວິສາຫະກິດອາຊຽນ-ອີຢູ ຄັ້ງທີ 3 ຈະສຸມໃສ່ປຶກສາຫາລືບັນດາບັນຫາຄື: ເສດຖະກິດກະສິກຳ, ອຸດສາຫະກຳລົດໂອໂຕ, ການບໍລິການດ້ານການເງິນ, ເຕັກໂນໂລຊີຂໍ້ມູນຂ່າວສານ, ພື້ນຖານໂຄງລ່າງ…..ທ່ານກ່າວວ່າ:
“ທີ່ກອງປະຊຸມສຸດຍອດຄັ້ງນີ້, ບັນດານັກວາງນະໂຍບາຍ, ເຈົ້າໜ້າທີ່ ແລະ ວົງການນັກທຸລະກິດຈະແລກປ່ຽນບັນດາສິ່ງທ້າທາຍໃນການດຳເນີນທຸລະກິດ, ບັນດາກາລະໂອກາດລົງທຶນລະຫວ່າງສອງພາກພື້ນ ແລະ ບົນພື້ນຖານນັ້ນຍົກອອກບັນດາຂໍ້ສະເໜີສຳລັບລັດຖະບານປະເທດຕ່າງໆ ແລະ ບັນດາໂຄງການລະອຽດຂອງປະຊາຄົມນັກທຸລະກິດ. ຄຽງຄູ່ກັນນັ້ນ, ທີ່ກອງປະຊຸມສຸດຍອດຄັ້ງນີ້, ພວກຂ້າພະເຈົ້າກໍ່ຈະຈັດຕັ້ງເວທີປາໄສເຈລະຈາເພື່ອໃຫ້ນັກທຸລະກິດສອງຝ່າຍຊອກຮູ້ ແລະ ແລກປ່ຽນກ່ຽວກັບບັນດາກາລະໂອກາດດຳເນີນທຸລະກິດລະອຽດ“.