ການປະຊຸມຂ່າວກ່ຽວກັບວັນບຸນປື້ມ ແລະ ວັດທະນະທຳອ່ານ ປີ 2012

ການປະຊຸມຂ່າວກ່ຽວກັບວັນບຸນປື້ມ ແລະ ວັດທະນະທຳອ່ານ ປີ 2012 - ảnh 1
ການປະຊຸມຂ່າວກ່ຽວກັບວັນບຸນອ່ານປື້ມ
ພາບ:internet

(vovworld)- ຕອນ​ເຊົ້າ​ວັນ​ທີ 17/4 ຢູ່ ຮ່າ​ໂນ້ຍ,​ ກະຊວງ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ຫວຽດນາມ  ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ວັນ​ບຸນ​ປື້​ມ ​ແລະ ວັດທະນະທຳ​ອ່ານ 2012 ຊຶ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນວັນ​ທີ 21 ​ແລະ 22/4 ຢູ່ Van Mieu Quoc Tu Giam. ວັນ​ບຸນ​ປື້​ມ ​ແລະ ວັດທະນະທຳ​ອ່ານ​ປີ​ນີ້ ມີ​ຫົວ​ຂໍ້​ວ່າ: “ອ່ານ  ​ປື້​ມ​ເພື່ອ​ອະນາຄົດ” ​ແນ​ໃສ່​ຕອບ​ສະຫນອງ​ວັນ​ປື້​ມ ​ແລະ ລິ​ຂະ​ສິດຂອງ​ໂລກ ຄື​ວັນ​ທີ 23/4, ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ໃນ​ການ​ປະຕິບັດ, ປົກ​ປ້ອງ​   ລິ​ຂະ​ສິດ​ຂອງ​ຜູ້​​ແຕ່ງ. ກ່ຽວ​ກັບ​ຈຸດ​ໃຫມ​່ຂອງ​ວັນ​ບຸນ​ປີ​ນີ້, ທ່ານ​ນາງ Nguyen Thi Thanh Mai ຫົວຫນ້າ​ກົມ​ຫໍສະຫມຸດ ສັງກັດ​ກະຊວງ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ນອກຈາກ​ວາງສະ​ແດງ​ປື້​ມຂອງ​ຍຸກ​ປະຈຸ​ບັນ​ແລ້ວ, ປີ​ນີ້ ພວກ​ຂ້າພະ​ເຈົ້າ​ຈະ​ວາງສະ​ແດງ​ເອກະສານ​ອັນລ້ຳ​ຄ່າ​ທີ່​ພວມ​ຮັກສາ​​​ໄວ້ຢູ່​ໃນ​ບັນດາ​ຫໍສະຫມຸດ. ພວກ​ນ້ອງ​ສາ​​ມາດ​ອ່ານ​ປື້​ມທີ່​ເປັນ​ມູນ​ເຊື້ອ, ອ່ານ​ປື້​ມ​ແບບ​ເອ​ເລັກ​ໂຕ​ນິກ, ​ເຂົ້າ​​ເວັບ​ໄຊ ​ເຮັດ​ແນວ​ໃດ​ເພື່ອ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ຫໍສະຫມຸດ​ແມ່ນ​ຟົດ​ຟື້ນ ​ແລະ ອຸດົມສົມບູນ​ກວ່າ.”

 

ຂ່າວ/ບົດ​ອື່ນ