ການປະຊຸມຂ່າວຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

(VOVWORLD) - ພາຍຫຼັງສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ພົບປະກັບສື່ມວນຊົນ, ປະກາດກ່ຽວກັບໝາກຜົນອັນດີງາມຂອງການເຈລະຈາ. ກ່າວຄຳເຫັນຕໍ່ສື່ມວນຊົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ໝາກຜົນການເຈລະຈາບັນລຸຜົນສຳເລັດ.
 

ການປະຊຸມຂ່າວຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ - ảnh 1 ການປະຊຸມຂ່າວຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ໃນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ຕອນບ່າຍວັນທີ 6 ມິຖຸນາ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ພາຍຫຼັງສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ພົບປະກັບສື່ມວນຊົນ, ປະກາດກ່ຽວກັບໝາກຜົນອັນດີງາມຂອງການເຈລະຈາ. ກ່າວຄຳເຫັນຕໍ່ສື່ມວນຊົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ໝາກຜົນການເຈລະຈາບັນລຸຜົນສຳເລັດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ເປັນເອກະພາບກັນອອກຖະແຫຼງການຮ່ວມດ້ວຍຄວາມຮັບຮູ້ສຳຄັນຫຼາຍຢ່າງກ່ຽວກັບທິດທາງ ແລະ ມາດຕະການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

        “ສອງຝ່າຍເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ຫວຽດນາມ ຢືນຢັນຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານ. ສອງຝ່າຍຮັກສາບັນດາການຢ້ຽມຢາມ, ພົບປະຢູ່ທຸກຂັ້ນ, ພິເສດແມ່ນຂັ້ນສູງເປັນປະຈຳ; ສົມທົບກັນກະກຽມຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2018 ເປັນຢ່າງດີ. ສອງຝ່າຍກໍ່ແລກປ່ຽນຫຼາຍມາດຕະການ ແລະ ວີທີການລະອຽດ, ຊຸກຍູ້ການເຊື່ອມຕໍ່ການລົງທຶນຂອງຍີ່ປຸ່ນ ເຂົ້າ ຫວຽດນາມ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ Shinzo Abe ຢືນຢັນສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດ ສັງຄົມ, ສຸມໃສ່ໃນໂຄງການຈຸດສຸມ ກໍ່ສ້າງພື້ນຖານໂຄງລ່າງຄຸນນະພາບສູງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນູດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”

        ສ່ວນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ຊົມເຊີຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊິ່ງເປັນເພື່ອນຜູ້ສະໜິດສະໜົມໄປຢ້ຽມຢາມ ຍີ່ປຸ່ນ ຄັ້ງທີສອງໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີ.

        “ໃນຂະນະທີ່ພວກເຮົາເຫັນໄດ້ເຖິງກະແສຟອງລັດທິອາລັກຂາ ແລະ ຕ້ານຄືນໂລກາພິວັດ, ພ້ອມກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຈະຊຸກຍູ້ການຄ້າການລົງທຶນເສລີ. ຂ້າພະເຈົ້າສະແດງເຈດຕະນາລົມວ່າ ຍີ່ປຸ່ນ ຈະໜູນຊ່ວຍ ຫວຽດນາມ ຢ່າງຮອບດ້ານຄືຜົນສຳເລັດອັນດີງາມຂອງກອງປະຊຸມຂັ້ນສູງ APEC ຢູ່ ດ່ານັ້ງ ໃນເດືອນ 11 ປີນີ້. ສອງຝ່າຍກໍ່ຈະຮ່ວມມືແໜ້ນແຟ້ນນຳກັນເພື່ອປະຕິບັດສັນຍາຄູ່ຮ່ວມມືຂ້າມປາຊີຟິກ TPP ກໍ່ຄືເພື່ອປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ RCEP ຄຸນນະພາບສູງ.”

        ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ Abe ໃຫ້ຮູ້ວ່າ ໄດ້ແບ່ງປັນທັດສະນະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່ຽວກັບຄວາມສຳຄັນຂອງການໂອ້ລົມສົນທະນາລະຫວ່າງບັນດາປະເທດກ່ຽວຂ້ອງບົນພື້ນຖານກົດໝາຍສາກົນ, ກໍ່ຄືເລື່ອງສະກັດກັ້ນການປ່ຽນແປງສະພາບການຕົວຈິງພຽງລຳພັງຝ່າຍດຽວ.

ຕອບກັບ

ຂ່າວ/ບົດ​ອື່ນ