ການປະຊຸມຂ່າວນັດສາມັນ ຄັ້ງທຳອິດ ຂອງລັດຖະບານ ໃນປີ2016
ທ່ານ ຫງວຽນວັນເນນ, ລັດຖະມົນຕີ ຫົວຫນ້າຫ້ອງວ່າການ
ລັດຖະບານເປັນປະທານການປະຊຸມ
ພາບ:Chinhphu.vn
|
(vovworld)- ວັນທີ 29/1, ເມື່ອຕອບຄຳຖາມຂອງນັກຂ່າວທີ່ການປະຊຸມຂ່າວນັດສາມັນຄັ້ງທຳອິດ ຂອງລັດຖະບານ ໃນປີ 2016 ກ່ຽວກັບການປ່ຽນແທນບຸກຄະລາກອນໃຫ້ບັນດາການນຳກະຊວງ, ຂະແຫນງການ ໄດ້ຮັບເລືອກຕັ້ງເຂົ້າຄະນະບໍລິຫານງານສູນກາງຊຸດໃຫມ່, ທ່ານ ຫງວຽນວັນເນນ, ລັດຖະມົນຕີ ຫົວຫນ້າຫ້ອງວ່າການລັດຖະບານໃຫ້ຮູ້ວ່າ: ວຽກງານບຸກຄະລາກອນ ແມ່ນວຽກງານຂອງພັກ. ໃນໄລຍະຜ່ານມາ, ພັກໄດ້ຊີ້ນຳຢ່າງແຫນ້ນແຟ້ນວຽກງານບຸກຄະລາກອນທຸກຂັ້ນຕາມແຜນຊັບຊ້ອນພະນັກງານ. ພະນັກງານຜູ້ຫນຶ່ງອາດຈະຖືກຊັບຊ້ອນໃນບາງຕຳແຫນ່ງ ເພື່ອມີຄວາມຈຳເປັນ ພັກຈະຍົກຍ້າຍ, ຊັບຊ້ອນ, ສະນັ້ນ ວຽກງານບຸກຄະລາກອນບໍ່ຖືກຕົກຢູ່ໃນທ່າຮັບ. ແລະກໍໃນການປະຊຸມຂ່າວ, ເມື່ອຕອບຄຳຖາມກ່ຽວກັບການປະຕິບັດບັນດາຄຳໝັ້ນສັນຍາ ແລະ ຜັນຂະຫຍາຍສັນຍາຄູ່ຮ່ວມມືຂ້າມປາຊີຟີກ TPP ໃນໄລຍະຈະມາເຖິງ, ທ່ານ ໂດ໋ທັງຫາຍ, ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ: ສັນຍາ TPP ໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ທຸກເປົ້າໝາຍ, ໃນນັ້ນ ມີວິສາຫະກິດ ແລະ ປະຊາຊົນຫວຽດນາມ. “ວຽກງານຕໍ່ໄປແມ່ນເຮັດແນວໃດເພື່ອໃຫ້ປະຊາຊົນ ແລະ ວິສາຫະກິດ ທີ່ກ່ຽວຂ້ອງ ຮູ້ຈັກເຖິງບັນດາເນື້ອໃນຂອງສັນຍາ ເພື່ອຍາດແຍ່ງທ່າໄດ້ປຽບ ແລະ ມີວິທີການຈຳກັດສິ່ງທີ່ບໍ່ສະດວກໃຫ້ຢູ່ໃນລະດັບຕ່ຳສຸດ. ນີ້ແມ່ນວຽກງານຂອງທຸກກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ, ບັນດາສະຫະສະມາຄົມວິສາຫະກິດ ແລະ ຂອງບັນດາວິສາຫະກິດເອງ.”