ການປະຊຸມຂ່າວນັດສາມັນປະຈຳເດືອນ 4 ຂອງລັດຖະບານ

ການປະຊຸມຂ່າວນັດສາມັນປະຈຳເດືອນ 4 ຂອງລັດຖະບານ - ảnh 1
ການປະຊຸມຂ່າວນັດສາມັນປະຈຳເດືອນ 4 ຂອງລັດຖະບານ
(ພາບ:vietnamnet.vn)

(vovworld) - ລັດຖະບານ​ຈະ​ປະກາດ​ໃຊ້​ມະຕິ​ຫົວ​ເລື່ອງ​ສະ​ເພາະ ກ່ຽວ​ກັບ​ບັນດາມາດ​ຕະການ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ວຍ​ຍອດ​ມູນ​ຄ່າໜູນຊ່ວຍ​ເກືອບ 30​.000 ຕື້​ດົ່ງ. ນີ້​ແມ່ນ​ແຫຼ່ງຂ່າວ​ທີ່​ຖືກ​ເຕື້ອງ​ເຖິງ​​ໃນ​ການ​ປະຊຸມ​ຂ່າວ​ນັດ​ສາ​ມັນ​ປະຈຳ​ເດືອນ 4 ຂອງ​ລັດຖະບານ​ເມື່ອ​ຕອນ​ບ່າຍ​ວັນ​ທີ 4/5. ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ, ທ່ານ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ Vu Duc Dam ​ໃຫ້​ຮູ້​ວ່າ:  ​ຈະ​ເປີດ​ເຜິ​ຍບົດ​ລາຍ​ງານ​ຂອງ​ກະຊວງ​ແຜນການ ​ແລະ ລົງທຶນ ກ່ຽວ​ກັບ​ບັນດາ​ວິ​ສາ​ຫະກິດ​ພວມ​ເຄື່ອນ​ໄຫວ, ວິ​ສາ​ຫະກິດ​ໄດ້​ຢຸດຕິ​ການ​ຜະລິດ, ວິ​ສາ​ຫະກິດ​ພວມ​ເຮັດ​ລະບຽບ​ການ​ຍຸບ​ເລິກໃນ​ປະຕູ​ຖານ​ເອ​ເລັກ​ໂຕ​ນິກຂອງ​ລັດຖະບານ​. ກ່ຽວ​ກັບ​ມະຕິ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ມາດ​ຕະການ​​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ​ເຊິ່ງຈະ​ໄດ້​ປະກາດ​ໃຊ້​ໃນ​ເດືອນ 5, ທ່ານ​ນາງ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ເງິນ Vu Thi Mai ​ໃຫ້​ຮູ້​ວ່າ:

“ບ້ວງ​ເງິນ​ໜູນ​ຊ່ວຍ​ແມ່ນ​ສຸມ​ໃສ່​​ດ້ານ​ອາກອນ. ຫຼຸດຜ່ອນ 30% ອາກອນລາຍ​ຮັບ​ວິ​ສາ​ຫະກິດ​ສຳ​ຫຼັບວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ວິ​ສາ​ຫະກິດ​ຕຳ​ແຜ່ນ​ຕັດຫຍິບ, ​ເກີບ​ໜັງ, ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງປ່າ​ຂອງ​ດົ່ງ ​ແລະ ສິນ​ໃນ​ນ້ຳ​.​.​.​ ນອກຈາກ​ນັ້ນ​ແລ້ວ, ຍັງຕໍ່​ກຳນົດ​ເວລາ​ເກັບ​ອາກອນພາສີ​ມູນ​ຄ່າ​ເພີ່​ມຂອງ​ເດືອນ 4, 5, 6 ​ໃນເວລາ 6 ​ເດືອນ. ​ແລະ ຫຼ​ຸດຜ່ອນ 50% ​ຄ່າ​ເຊົ່າ​ດິນ​ໃຫ້​ວິ​ສາ​ຫະກິດ​ທັງ​ໝົດ”

        ກ່ຽວ​ກຂ້ອງ​ເຖິງ​ເນື້ອ​ໃນ​ດັດ​ປັບ​ອັດຕາດອກ​ເບ້ຍ​ທະນາຄານ, ທ່ານ​ຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ Nguyen Dong Tien ​ໃຫ້​ຮູ້​ວ່າ: ທະນາຄານ​ແຫ່ງ​ລັດ​ພວມ​ບໍລິຫານ​ຢ່າງ​ມີ​ໄຫວ​ພິບ ​ເພື່ອ​ມີ​ອັດ​ຕາ​ດອກ​ເບ້ຍ​ທີ່​ເໝາະ​ສົມ. ທ່ານ​ເວົ້າ​ວ່າ:

“​ເລື່ອງ​ທະນາຄານ​ແຫ່ງ​ລັດ​ວາງ​ອອກ​ມາດ​ຕະການ​ຕ່າງໆ​ທີ່ມີ​ລັກສະນະ​ບໍລິຫານ​ຄື: ​ເພດານດອກ​ເບ້ຍ​ລະດົມ ແລະ ຈາກ​ນັ້ນ​ແມ່ນ​ຄວບ​ຄຸມ​ເພດານ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ສຳລັບ​ຂົງ​ເຂດ​ຈຳນວນ​ໜຶ່ງ ເພື່ອ​ແນ​ໃສ່​ຫຼຸ​ດຜ່ອນ​ອັດຕາດອກ​ເບ້ຍ​ໃຫ້​ກູ້​ຢືມ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ ​ແລະ ບັນດາ​ຄອບຄົວ​ກູ້​ຢືມ​ທຶນ”

 

ຂ່າວ/ບົດ​ອື່ນ