ການປະຊຸມຂ່າວພົບປະມິດຕະພາບຊາວໜຸ່ມຫວຽດນາມ - ລາວ 2012

ການປະຊຸມຂ່າວພົບປະມິດຕະພາບຊາວໜຸ່ມຫວຽດນາມ - ລາວ 2012 - ảnh 1
ການປະຊຸມຂ່າວ

(vovworld) – ການພົບ​ປະ​ມິດຕະພາບ​ຊາວ​ໜຸ່​ມຫວຽດນາມ - ລາວ 2012 ຈະ​ຈັດ​ຂຶ້ນ​​ໃນ​ລະຫວ່າງ​ວັນ​ທີ 22 – 28/8 ຢູ່ 4 ​ແຂວງຂອງ ລາວຄື: ບໍລິ​ຄຳ​​ໄຊ, ຄຳ​ມ່ວນ, ສາ​ລະ​ວັນ ​ແລະ ສະຫວັນ​ນະ​ເຂດ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ​ຂອງ​ໄວ​ໜຸ່ມ 2 ປະ​ເທດ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ 50 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ ​ແລະ ການ​ຮ່ວມ​ມື​ຫວຽດນາມ - ລາວ ​ແລະ ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012. ນີ້​ແມ່ນ​ຂ່າວ​ທີ່ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິ​ນ ​​ແຈ້ງໃຫ້​ຮູ້​ໃນ​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 16/8 ຢູ່ ຮ່າ​ໂນ້ຍ. ອ້າຍ Phan Van Mai, ​ເລຂາ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ:

“​ການພົບ​ປະມິດຕະພາບ ​ແລະ ​ການ​ຮ່ວມ​ມື​ລະຫວ່າງ​ອົງການຊາວ​ໜຸ່ມ 2 ປະ​ເທດ ຫວຽດນາມ - ລາວ ຖືກ​ຈັດ​ຂຶ້ນ​ເປັນ​ປະຈຳ, ​ແຕ່​ໃນ​ປີ​ແຫ່ງ​ຄວາມ​ສາມັກຄີ, ມິດ​ຕະພາບ​ຫວຽດນາມ - ລາວ ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ໄວ​ໜຸ່ມ​ໄດ້​ຮັບ​ການ​ເພີ່ມ​ທະວີ, ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ມີ​ການ​ລົງທຶນ​ຫຼາຍ​ກ່ວາ. ​ຄຽງ​ຄູ່​ກັນ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ​ຄື: ບັນດາ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ, ​ແລກປ່ຽນ​ວັດທະນະທຳ, ​ແລກປ່ຽນ​ຊາວ​ໜຸ່ມ, ​ເຊິ່ງພວກ​ເຮົາ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ຍົກຕົວຢ່າງ​ຄື​ແບ່ງປັນ​ບົດຮຽນ, ວິທີ​ການ​ເຄື່ອນ​ໄຫວ​ໃນ​ວຽກ​ງານ​ຊາວ​ໜຸ່ມ ​ແລະ ​ໃນ​ການ​ຮ່ວມ​ມື​ຂອງ​ອົງການຊາວ​ໜຸ່ມ 2 ປະ​ເທດ”

ຂ່າວ/ບົດ​ອື່ນ