( ທ່ານ ຫວູແອງ)
(vovworld) - ຜົນສຳເລັດຂອງການປະຕິວັດເດືອນ 8 ປີ 1945 ມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງພະນັກງານ ຫວຽດມິນ ກຳແພງ ຮ່ວາງຢ້ຽວ ໃນການຕື່ນຕົວ, ຂົນຂວາຍ, ເຕົ້າໂຮມມະຫາຊົນລຸກຮື້ຂຶ້ນຢືດເອົາອຳນາດການປົກຄອງ. ອະນຸສອນອັນພິລະອົງອາດກ່ຽວກັບຊຸມວັນທຳການຕໍ່ຕ້ານກ່ອນນີ້ 70 ກວ່າປີຍັງຄົງໄດ້ຮັບການຮັກສາໄວ້ຢູ່ໃນໃຈຂອງບັນດາຜູ້ທີ່ໄດ້ເຂົ້າຮ່ວມໄລຍະເວລາປະຫວັດສາດນັ້ນ.
ທ່ານຫວູແອງ, ອະດີດກຳມະການກົມການເມືອງ, ອະດີດຫົວໜ້າຄະນະຜູ້ແທນປະຕິວັດ ຮ່າໂນ້ຍທີ່ເຂົ້າຮ່ວມ “ກອງປະຊຸມໃຫຍ່ທົ່ວປະເທດ“ ຢູ່ ເຕິນຈ່າວ, ຍັງຄົງຈື່ຈຳບັນຍາກາດໄລຍະກ່ອນນີ້ກວ່າ 70 ປີ. ໃນເວລານັ້ນ, ພັກກອມມູນິດ ຫວຽດນາມບໍ່ທັນເຄື່ອນໄຫວຢ່າງເປີດເຜີຍ, ມີສະມາຊິກພຽງ 5.000 ຄົນເທົ່ານັ້ນ, ແຕ່ໂດຍຜ່ານ ແນວໂຮມຫວຽດມິນ ສາມາດເຕົ້າໂຮມ, ຊີ້ນຳນຳພາປະຊາຊົນກວ່າ 20 ລ້ານຄົນເຮັດການປະຕິວັດທີ່ບໍ່ເຄີຍມີມາໃນປະຫວັດສາດ. ກ່ອນວັນລຸກຮື້ຂຶ້ນທົ່ວປະເທດພຽງ 2 ວັນ “ກອງປະຊຸມໃຫຍ່ທົ່ວປະເທດ“ ໄດ້ເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍລຸກຮຶ້ຂຶ້ນທົ່ວປະເທດຂອງພັກ ແລະ ໄດ້ແຕ່ງຕັ້ງຄະນະກຳມະການຊົນຊາດປົດປ່ອຍ ຫວຽດນາມ, ລັດຖະບານຊົ່ວຄາວຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ໂດຍປະທານ ໂຮ່ຈີມິນເປັນຜູ້ນຳ. ທ່ານ ຫວູແອງ, ໃຫ້ຮູ້ວ່າ:
“ກອງປະຊຸມໃຫຍ່ທົ່ວປະເທດ ເຕິນຈ່າວ ແມ່ນກອງປະຊຸມໃຫຍ່ແຫ່ງຄວາມສາມັກຄີ, ມະຫາສາມັກຄີທົ່ວປວງຊົນທັງຊາດ. ນອກຈາກ ຮ່າໂນ້ຍ, ຢູ່ທ້ອງຖີ່ນຕ່າງໆ, ບ່ອນໃດມີຂະບວນການກໍ່ລ້ວນແຕ່ແຕ່ງຕັ້ງຜູ້ແທນມາຮ່ວມ, ໃນນັ້ນມີທັງຜູ້ແທນຄົນຕ່າງປະເທດອີກ. ປະທານ ໂຮ່ຈີມິນ ໄດ້ຊີ້ແຈ້ງວ່າ, ມະຫາສາມັກຄີແມ່ນເພື່ອຍາດເອົາໄຊຊະນະ. ດ້ວຍຄຳຂວັນ “ສາມັກຄີ, ມະຫາສາມັກຄີ, ສຳເລັດຜົນ, ສຳເລັດຜົນ, ມະຫາສຳເລັດຜົນ“ ແລະ ຕ້ອງອີງໃສ່ປະຊາຊົນ, ເສີມຂະຫຍາຍກຳລັງແຮງຂອງປະຊາຊົນເພື່ອຍາດເອົາໄຊຊະນະ, ມີປະຊາຊົນແມ່ນມີທຸກສິ່ງທຸກຢ່າງ. ປະຊາຊົນເປັນເຈົ້າຂອງການປະຕິວັດ ແລະ ປະຊາຊົນໄດ້ຍູ້ການປະຕິວັດໄປເຖິງໄຊຊະນະ“.
ພາຍຫຼັງ “ກອງປະຊຸມໃຫຍ່ທົ່ວປະເທດ“, ຢູ່ຮ່າໂນ້ຍ, ປະຊາຊົນໄດ້ເປັນຈິດໜຶ່ງໃຈດຽວລົງຖະໜົນຫົນທາງໂຮມຊຸມນຸມສະໜັບສະໜູນການປະຕິວັດ, ສະໜັບສະໜູນ ຫວຽດມິນ. ຈາກນັ້ນໄດ້ສ້າງກາລະໂອກາດອຳນວຍຄວາມສະດວກເພື່ອລຸກຮື້ຂຶ້ນຢືດເອົາອຳນາດການປົກຄອງ. ທ່ານ ເລດຶກເວີນ, ເວລານັ້ນຮັບຜິດຊອບວຽກງານໂຄສະນາຂົນຂວາຍຊາວໜຸ່ມ ຫວຽດມິນ ກຳແພງ ຮ່ວາງຢ້ຽວ, ທັງຮັບຜິດຊອບໜັງສືພິມຂວັນໃຈປະເທດ, ເລົ່າສູ່ຟັງວ່າ:
“ພວກຂ້າພະເຈົ້າໄດ້ຮັບຄຳສັ່ງຈາກຄະນະພັກນະຄອນແມ່ນສະມາຊິກທຸກຄົນຕ້ອງເຂົ້າຮ່ວມງານໂຮມຊຸມນຸມຂອງລັດຖະບານ ເຈິ່ນຈ້ອງກິມ ເພື່ອທຳລາຍງານໂຮມຊຸມນຸມນັ້ນ, ຫັນງານໂຮມຊຸມນຸມຂອງລັດຖະບານຫຸ່ນ ໃຫ້ເປັນງານໂຮມຊຸມນຸມຂອງຕົນ. ພວກຂ້າພະເຈົ້າໄດ້ຂົນຂວາຍຊາວໜຸ່ມ, ແມ່ຍິງເຂົ້າຮ່ວມການກູ້ຊາດ, ຜູ້ໃດກໍ່ເອົາທຸງແດງດາວເຫຼືອງໄປນຳ ແລະ ມອບໃຫ້ໜ່ວຍໜຶ່ງຂຶ້ນຢືດເວທີປາໄສ, ຮຽກຮ້ອງທຸກຄົນສະໜັບສະໜູນຫວຽດມິນ, ລຸກຮື້ຂຶ້ນຍາດເອົາເອກະລາດ“.
ຫວນຄືນອະນຸສອນໃນຊຸ່ມວັນນັ້ນ, ທ່ານ ຕື່ງອກຮວານ, ສະມາຊິກແນວໂຮມ ຫວຽດມິນກຳແພງ ຮ່ວາງຢ້ຽວ, ຖືວ່າ, ຄຳຕັດສິນລຸກຮື້ຂຶ້ນໃນວັນທີ 19/8/1945 ແມ່ນຄຳຕັດສິນທີ່ສະຫຼາດ, ແຫຼມຄົມ ແລະ ໄດ້ປະສົບຜົນສຳເລັດ.
“ຍາດໄດ້ຜົນງານດັ່ງກ່າວ, ຂ້າພະເຈົ້າເອງຄິດວ່າ, ນັ້ນແມ່ນການຊີ້ນຳນຳພາຢ່າງເດັດດຽວ, ອ່ອນໂຍນຂອງທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ, ພ້ອມກັບນ້ຳໃຈພິລະອາດຫານຂອງຊາວໜຸ່ມຍິງຊາຍກຳແພງ ຮ່ວາງແທ່ງ. ຢູ່ໃນໂລກບໍ່ເຄີຍມີການບຸກໂຈມຕີໃສ່ຄ້າຍໃດທີ່ສາມາດຈັບຕົວສັດຕູໄດ້ 400 ຄົນ, ຖອນຄືນສາງອາວຸດແຫ່ງໜຶ່ງ, ແຕ່ບໍ່ຕ້ອງໃຊ້ກຳລັງແຮງ, ບໍ່ຕ້ອງໃຊ້ອາວຸດ“.
ການປະຕິວັດເດືອນ 8 ສຳເລັດຜົນແມ່ນເຕົ້າໂຮມໄດ້ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ໃນນັ້ນມີການປະກອບກຳລັງແຮງຂອງບັນດາພະນັກງານ ຫວຽດມິນ ກຳແພງ ຮ່ວາງຢ້ຽວ. ອະນຸສອນກ່ຽວກັບຊຸ່ມວັນເດືອນປະຫວັດສາດນັ້ນແມ່ນຂີດໝາຍສຳຄັນທີ່ຝັງເລິກໃນດວງໃຈຂອງບັນດາຜູ້ເຂົ້າຮ່ວມຕະຫຼອດໄປ.