ການປະຕິຮູບບຸກຄະລາ ກອນຢູ່ສຳນັກງານ ປະທານາທິບໍດີ ສເກົາຫຼີ

ການປະຕິຮູບບຸກຄະລາ ກອນຢູ່ສຳນັກງານ ປະທານາທິບໍດີ ສເກົາຫຼີ  - ảnh 1

(ພາບ: sina.com)

(vovworld)-  ວັນ​ທີ 5/8, ທ່ານ​ນາງ Park Geun Hye ປະທານາທິບໍດີ ສ​ເກົາຫຼີ ​ໄດ້ດຳ​ເນີນ​ການ​ປະຕິ​ຮູບ​ກົງ​ຈັກ​ຊ່ວຍ​ວຽກ, ເພື່ອເປີດສາກ​ໄລຍະ​ໃໝ່ ພາຍຫຼັງ 6 ​ເດືອນ​ທຳ​ອິດ​ຂອງ​ອາຍຸ​ການປະທານາທິບໍດີ. ທ່ານ Kim Ki Choon ອະດີ​ດສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຫົວໜ້າ​ຫ້ອງ​ວ່າການ​ປະທານາທິບໍດີ ​ແທນ​ໃຫ້​ທ່ານ Huh Tae yeol. ຄຽງ​ຄູ່​ກັນນັ້ນ, ທ່ານ Park Joon woo ອະດີດ​ເອກ​ອັກຄະ​ລັດຖະທູດ ສ​ເກົາຫຼີ ປະຈຳ​ອີ​ຢູ ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ທີ່​ປຶກສາ​ຂັ້ນສູງ​ດ້ານ​ການ​ເມືອງ. ສ່ວນ​ທ່ານ Yoon Chang bun  ອະ​ດີດປະທານ​ບໍລິສັດ​ໂທລະ​ຄົມ Hanaro Telecom ຮັບໜ້າທີ່​ເປັນ​ທີ່​ປຶກສາ​ຍຸດ​ທະ​ສາດ​ໃນ​ອະນາຄົດ. ​ໃນ​ຂະນະ​ນັ້ນ, ທ່ານ Hong Kyung Shik ອະດີດ​ນັກ​ໄອ​ຍະ​ການ ​ໄດ້​ຮັບ​ໜ້າ​ທີ່​ເປັນ​ທີ່​ປຶກສາ​ກ່ຽວ​ກັບ​ບັນຫາ​ພົນລະ​ເຮືອນ. ນອກຈາກ​ນັ້ນ​ແລ້ວ, ທ່ານ Choi Won yeong ອະດີ​ດຮອງ​ລັດຖະມົນຕີກະຊວງ​ສະຫວັດດີ​ການ ​ໄດ້​ຮັບ​​ແຕ່ງຕັ້ງ​ເປັນ​ທີ່​ປຶກສາ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ ​ແລະ ສະຫວັດດີ​ການ.

 

ຂ່າວ/ບົດ​ອື່ນ