ການປະທະກັນ ຢູ່ເຂດ ກາຊາ: ອິດສະຣາແອັນ ແລະ ຮາມາດສ ບັນລຸໄດ້ຂໍ້ຕົກລົງລຳລຽງເຄື່ອງຊ່ວຍເຫຼືອ, ຢຸກຢາໃຫ້ແກ່ສາມັນຊົນ ແລະ ຕົວປະກັນ
(VOVWORLD) - ເຄື່ອງຊ່ວຍເຫຼືອ ຈະຖືກຂົນສົ່ງຈາກ ກາຕາ ໄປຍັງ ອີຢິບ ໃນວັນທີ 17 ມັງກອນ, ກ່ອນທີ່ໄດ້ຂົນສົ່ງໄປຜ່ານດ່ານຊາຍແດນ Rafah.
ເຄື່ອງຊ່ວຍເຫຼືອເຂດ ກາຊາ ໄດ້ຂົນສົ່ງຜ່ານດ່ານ Rafah (ພາບ: Times of Israel)
|
ວັນທີ 16 ມັງກອນ, ກາຕາ ແລະ ຝລັ່ງ ໄດ້ເປັນກາງໄກ່ເກ່ຍໃຫ້ແກ່ຂໍ້ຕົກລົງລະຫວ່າງ ອິດສະຣາແອັນ ກັບຂະບວນການອິດສະລາມ ຮາມາດ ກ່ຽວກັບການລຳລຽງຢຸກຢາໃຫ້ແກ່ຕົວປະກັນຊາວ ອິດສະຣາແອັນ 45 ຄົນ ທີ່ຖືກ ຮາມາດສ ກັກຂັງຢູ່ເຂດ ກາຊາ ເພື່ອແລກເອົາການຊ່ວຍເຫຼືອມະນຸດສະທຳ ແລະ ສາທາລະນະສຸກໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມສ່ຽງສູງກວ່າເພິ່ນຢູ່ເຂດດິນແດນຂອງ ປາແລັດສະຕິນ.
ຕາມທ່ານ Philippe Lalliot, ຫົວໜ້າສູນແກ້ໄຂວິກິດການຂຶ້ນກັບກະຊວງການຕ່າງປະເທດ ຝລັ່ງ, ເຊິ່ງເປັນອົງການຈັດຕັ້ງບັນດາການເຄື່ອນໄຫວຊ່ວຍເຫຼືອແລ້ວ, ວິວັດທະນາການໄກ່ເກ່ຍໄດ້ດຳເນີນໃນຫຼາຍອາທິດ ແລະ ໄດ້ປະຕິບັດຕາມແນວຄວາມຄິດເບື້ອງຕົ້ນໂດຍຄອບຄົວຂອງຕົວປະກັນຊາວອິດສະຣາແອັນ ບາງຄົນໄດ້ຍົກອອກມາ. ເຄື່ອງຊ່ວຍເຫຼືອ ຈະຖືກຂົນສົ່ງຈາກ ກາຕາ ໄປຍັງ ອີຢິບ ໃນວັນທີ 17 ມັງກອນ, ກ່ອນທີ່ໄດ້ຂົນສົ່ງໄປຜ່ານດ່ານຊາຍແດນ Rafah. ຄະນະກຳມະການກາແດງສາກົນ (ICRC) ຈະປະສານງານການເຄື່ອນໄຫວຊ່ວຍເຫຼືອດັ່ງກ່າວ.